ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ການ​ສ້າງ​ເສັ້ນ​ທາງ​ຊົນ​ນະ​ບົດ​ 4 ດີ
2017-12-25 16:05:45  cri 
ເມື່ອ​ມໍ່ໆ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ຄຳ​ຊີ້​ນຳ​ສຳ​ຄັນ​ໃນ​ການ​ສ້າງ​ເສັ້ນ​ທາງຊົນ​ນະ​ບົດ 4 ດີ​ຄື​ສ້າງ​ເສັ້ນ​ທາງ​ຊົນ​ນະ​ບົດ​ໃຫ້​ດີ,ຄຸ້ມ​ຄອງ​ໃຫ້​ດີ,ຮັກ​ສາ​ໃຫ້​ດີ​ແລະ​​ເປີດ​ບໍ​ລິ​ການໃຫ້​ດີ ເຊິ່ງ​ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້,ການ​ກໍ່​ສ້າງ​ເສັ້ນ​ທາງ​ຊົນ​ນະ​ບົດ 4 ດີ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຕົວ​ຈິງ ອັນ​ໄດ້​ສ້າງ​ຊື່​ສຽງ​ແລະ​ສ້າງ​ລາຍ​ໄດ້​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່ຊົນ​ນະ​ບົດ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ທຸກ​ຍາກ​ ທັງ​ໄດ້​ຮັດ​ແໜ້ນ​ພື້ນ​ຖານ​ປະ​ຊາ​ມະ​ຕິ​ຂັ້ນ​ຮາກ​ຖານ​ທີ່​ອຸ້ມ​ຊູ​ພັກ​ກອມ​ມູ​ນິດ​ຈີນ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ຂະ​ແໜງ​ການ​ກ່ຽວ​ຂ້ອງ​ເປັນ​ຕົ້ນ ກະ​ຊວງ​ຄົມ​ມະ​ນາ​ຄົມ​ການ​ຂົນ​ສົ່ງ​ແລະ​ເຂດ​ແຄວ້ນ​ຕ່າງໆ​ຕ້ອງ​​ເອົາ​ໃຈ​ໃສ່​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ລົງ​ເລິກ​ຄວາມ​ຮັບ​ຮູ້​ຕໍ່​ຄວາມ​ໝາຍ​ສຳ​ຄັນ​ແຫ່ງ​ການ​ກໍ່​ສ້າງ​ທາງຫຼວງ​ຊົນ​ນະ​ບົດຜ່ານ​ຈາກ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ສ້າງ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ​ຍາດເອົາ​​ໄຊຊະ​ນະ​ຂອງ​ບັ້ນ​ຮົບຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ,ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ພົ້ນ​ເດັ່ນ, ປັບ​ປຸງ​ກົນ​ໄກ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ຂຶ້ນ,ຄວນ​ສ້າງ​ທາງຫຼວງ​ຊົນ​ນະ​ບົດ​ໃຫ້​ດີ, ຄວນ​ຄຸ້ມ​ຄອງ​ໃຫ້​ດີ,ຮັກ​ສາ​ໃຫ້​ດີ​ແລະ​ເປີດ​ບໍ​ລິ​ການ​ໃຫ້​ໄດ້​ຮັບ​ຜົນ​ດີ ເພື່ອ​ຮັບ​ປະ​ກັນ​ໃຫ້​ຊາວ​ກະ​ສິ​ກອນ​ທັງຫຼາຍ​​ສ້າງ​ຄວາມ​ຮັ່ງ​ມີ​ແລະ​ກ້າວ​ໄປ​ສູ່​ຊີ​ວິດ​ການ​ເປັນ​ຢູ່​ລະ​ດັບ​ອິ່ມ​ໜຳ​ສຳ​ລານແລະ​ເລັ່ງ​ຊຸກ​ຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ກະ​ສິ​ກຳ​​ແລະ​ຊົນ​ນະ​ບົດໃຫ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ