ງານ​ແລກ​ປ່ຽນ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ສາ​ກົນ "ງີ້ວ​ປັກ​ກິ່ງ​ທີ່​ມີ​ຊີ​ວິດ​ຊີ​ວາ​ຢູ່​​ອ້ອມໂຕ"​ຄັ້ງ​ທີ 3 ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ
2017-12-25 16:22:51  cri 

ງານ​ແລກ​ປ່ຽນ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ສາ​ກົນ "ງີ້ວ​ປັກ​ກິ່ງ​ທີ່​ມີ​ຊີ​ວິດ​ຊີ​ວາ​ຢູ່​​ອ້ອມໂຕ"​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນຫຼວງ​ປັກ​ກິ່ງໃນ​ວັນ​ທີ 23 ​ທັນ​ວາ​ນີ້​ໂດຍ​ມີ​ຈຸ​ປະ​ສົງ​ເພື່ອ​ເຜີຍ​ແຜ່​ງິ້ວ​ປັກ​ກິ່ງ​ທີ່​ເປັນ​ສິ​ລະ​ປະ​ຍອດ​ຢ້ຽມ​ແຫ່ງ​ຊາດ​ໃນ​ປະ​ຊາ​ຊົນ​ຂັ້ນ​ຮາກ​ຖານ ທັງ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​ມິດ​ໄມ​ຕີ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ. ຊ່ຽວ​ຊານ,ເພື່ອນ​ມິດ​ສາ​ກົນ,ນັກ​ສຶກ​ສາ​ຈາກ 22 ປະ​ເທດ​ເປັນ​ຕົ້ນ ອັງ​ກິດ,ເຢຍ​ລະ​ມັນ,ອົ​ສ​ຕ​ຣາ​ລີ,ແອັ​ສ​ປາຍ,ຫວຽດ​ນາມ ແລະ​ລາວ ພ້ອມ​ດ້ວຍ​ປະ​ຊາ​ຊົນ​ຈີນ​ແລ​ະ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຄັ້ງ​ນີ້.

ງານ​ແລກ​ປ່ຽນ​ດັ່ງ​ກ່າວ​ໄດ້​ຈັດ​ໃຫ້​ມີ​ການ​ບັນ​ຍາຍ​ຄວາມ​ຮູ້, ການ​ແລກ​ປ່ຽນ, ການ​ສອນ​ງີ້ວ​ປັກ​ກິ່ງ, ການ​ວາງ​ສະ​ແດງ​ຜົນ​ງານ​ການ​ສອນ​ງີ້ວ​ປັກ​ກິ່ງ, ການ​ສະ​ແດງ​ງີ້ວ​ປັກ​ກິ່ງແລະ​ອື່ນໆ​ເພື່ອ​ເຮັດ​ໃຫ້​ແຂກ ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ສາ​ມາດ​ສຳ​ຜັດ​ກັບ​ມົນ​ສະ​ເໜ່​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ງີ້ວ​ປັກ​ກິ່ງ​ຢ່າງ​ໃກ້​ຊິດ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ