ເຮືອ​ບິນ​ໃຊ້​ໄດ້ທາງ​ບົກ​​​ແລະທາງ​ນ້ຳ​ຂະ​ໜາດ​ໃຫຍ່​ຂອງ​ຈີ​ນບັນ​ລຸ​ການ​ບິນ​ຄັ້ງ​ທຳ​ອິດ
2017-12-25 16:22:35  cri 

ເຮືອ​ບິນ​ດັບ​ເພີງ​ແລະ​ກູ້​ໄພ​ທາງ​ນ້ຳ​ຂະ​ໜາດ​ໃຫຍ່ "​ຄຸ່ນ​ລົງ AG600"​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ດ້ວຍ​ຕົນ​ເອງເລີ່ມ​ທົດ​ທອງ​ການ​ບິນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 24 ທັນ​ວ​າ​ນີ້. ເຮືອ​ບິນ​ດັ່ງ​ກ່າວ​ແມ່ນ​ເຮືອ​ບິນ​ເພື່ອ​ຮັບ​ໃຊ້​ພົນ​ລະ​ເຮືອ​ນ​ພິ​ເສດ​ຂະ​ໜາດ​ໃຫຍ່​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດັບ​ໄຟ​ໃໝ້​ປ່າ​​ແລະ​ການ​ກູ້​ໄພ​ທາງ​ນ້ຳ.

ທ່ານ​ຈ່າງ​ຊູ​ເວີຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ບໍ​ລິ​ສັດອຸດ​ສາ​ຫະ​ກຳ​ການ​ບິນ​ທົ່ວ​ໄປ​ຈຳ​ກັດ​ຫຼື CAIGA ທັງ​ເປັນ​ຮອງ​ຜູ້​ບັນ​ຊາ​ການ​ໃຫຍ່​ໂຄງ​ການ AG600 ກ່າວ​ວ່າ, "ເຮືອ​ບິ​ນ ຄຸນ​ລົງ​ສາ​ມາດ​ໃຊ້​ໃນ​ຫຼາຍ​ບ່ອນ, ນອກ​ຈາກ​ດັບ​​ໄຟ​ໃໝ້ປ່າ​​ແລະ​ກູ້​ໄຟ​ທາງ​ນ້ຳ​ແລ້ວ, ຍັງ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການ​ລາດ​ຕະ​ເວນ​ທາງທະ​ເລ, ການ​ຕິດ​ຕາມ​ວັດ​ແທກ​ທະ​ເລ, ການ​ຂົນ​ສົ່ງ​ລະ​ຫວ່າງ​ເກາະ​ດອນ​, ການ​ທ່ອງ​ທ່ຽວແລະ​ອື່ນໆ, ປັດ​ຈຸ​ບັນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ລູກ​ຄ້າ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ, ​ແລະ​ຄາດ​ວ່າ​ໃນ​ຕໍ່​ໜ້າ​ຈະມີ​​ອະ​ນາ​ຄົດ​ທີ່​ດີ."

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ