ວົງ​ການ​ຕ່າງໆ​ຂອງ​ມຽນ​ມາ​ເຫັນ​ວ່າ ຄວນ​ຖອດ​ຖອນບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ
2017-12-26 14:48:06  cri 
ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຈີນ ​ນຳ​ໂດຍ​ທ່ານ​ວາງກວ່າງ​ເຫວີຍ ​ຫົວ​ໜ້າສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​​ເພື່ອ​ເຜີຍ​ແຜ່​ເນື້ອ​ໃນ​ຈິດ​ໃຈ​ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຢູ່​ນະ​ຄອນ​ຢາງ​ກຸ້ງ ໃນ​ວັນ​ທີ 22 ທັນ​ວາ​ນີ້​ໂດຍ​ບຸກ​ຄົນ​ຈາກວົງ​ການ​ຕ່າງໆ​ຂອງ​ມຽນ​ມາ​ເປັນ​ຕົ້ນ ພັກ​ການ​ເມືອງ,ລັດ​ຖະ​ບານ​,ວົງ​ການ​ທຸ​ລະ​ກິດ​ແລະ​ອື່ນໆຫຼາຍ​ຮ້ອຍ​ທ່ານ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ຢືນ​ຢັ​ນ​ວ່າ ບົດ​ຮຽນ​ຂອງ​ຈີນ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ​ເປັນ​ບົດ​ຮຽນ​ທີ່​ດີ​ແລະຄວນຖອ​ດ​ຖອນ​​ເປັນ​ຢ່າງ​ຍິ່ງ​ເພື່ອ​ນຳ​ມາ​ໝູນ​ໃຊ້​ໃນ​ການ​ບໍ​ລິ​ຫານ​ປະ​ເທດ​ຕົນ.

ທ່ານ​​ໄອ​ກິວ ກຳ​ມະ​ການ​ ​ພັກ​ສັນ​ນິ​ບາດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາຫຼືNLD, ຫົວ​ໜ້າ​ບັນ​ນາ​ທິ​ການ​ໜັງ​ສື​ພິມD-Wave ສຽງ​ຂອງ​ພັກ NLDກ່າວ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ການ​ຈັດ​ວາງ​ທີ່​ດີ​ທີ່​ສຸດ ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ພັກ​ການ​ເມືອງແລະປະ​ຊາ​ຊົນ​​ມຽນ​ມາ​ເຂົ້າ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຫຼາຍກວ່າ​ເກົ່າ.

ທ່ານ​ໄອກິວ​ທີ່ເຄີຍ ​ໄປ​ປັກ​ກິ່ງເພື່ອເກັບ​ກຳ​ຂ່າວກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ນັ້ນ​ກ່າວ​ວ່າ: ​ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ມີຫຼາຍ​ບ່​ອນ​ທີ່ໜ້າ​ຄົ້ນ​ຄວ້າ​ແລະ​ຮ່ຳ​ຮຽນ​ທີ່​ສຸດ. ໃນ​ນີ້, ​ກາ​ນ​ທີ່ຈີນ​ຕັ້ງ​ເປົ້າ​ໝາຍ​ສ້າງ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ເຂັ້ມ​ແຂງ​ແລະ​ທັນ​ສະ​ໄໝ​ນັ້ນ​ເຮັດ​ໃຫ້ທ່ານ​ຮູ້​ສຶກ​ປະ​ທັບ​ໃຈ​ຫຼາຍ ແລະ​ທ່ານ​ຍັງ​ເອົາ​ໃຈ​ໃສ່​ເນື້ອ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​, ທ່ານ​ກ່າວ​​ຕື່ມວ່າ:  ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ຂອງ​ຈີນ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ມຽນ​ມາ​ແລະ​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​​ມຽນ​ມາ​ໃນການ​ພັດ​ທະ​ນາ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ