ທ່ານ​ວາງ​ຢີ້​ຊີ້​ແຈງວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປີ 2017
2017-12-26 15:08:38  cri 

ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວຫຼື​ປະ​ຊາ​ຊົນ​ລາຍ​ວັນ​ຂອງ​ຈີນ​ລາຍ​ງານ​ວ່າ: ຄຽງ​ຄູ່​ກັບ​ທ້າຍ​ປີ​ 2017 ວຽນ​ມາ​ເຖິງ, ທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໂດຍ​ລົງ​ເລິກ ​ໝາກ​ຜົນ​ລັກ​ສະ​ນະ​ປະ​ດິດ​ສ້າງ​ຂອງວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ. ທ່ານ​ກ່າວ​ວ່າ: ປີ 2017 ເປັນ​ປີ​ທີ່​ມີ​ຄວາມ​ໝາຍແລະ​ເປັນ​ນິ​ມິດ​ໝາຍ​ບໍ່​ວ່າ​ຈະ​ເວົ້າ​ສຳ​ລັບ​ທົ່ວ​ໂລກ​ກໍ​ຄື​ຈີນ, ໂດຍ​ສະ​ເພາະ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄຂ​ຂຶ້ນ​ຢ່າງ​ມີ​ໄຊ​ນັ້ນ​ໄດ້​ກຳ​ນົດ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ເຊິ່ງ​ເປັນ​ການ​ເລີ່ມ​ອອກ​ເດີນ​ທາງ​ຄັ້ງ​ໃໝ່​ແຫ່ງ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ຮອບ​ດ້ານ.

ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ຖະ​ກະ​ຖາ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ດາ​ວົ​ສ 2017 ແລະ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ເຊີ​ແນວ​ໂດຍ​ໄດ້​ສະ​ເໜີ​ຂໍ້​​ລິເລີ່ມ​ຊຸກ​ຍູ້​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ເສດ​ຖະ​ກິດ​ໃຫ້​ກ້ຳ​ເກິ່ງ​ກັນ​ຄືນ​ໃໝ່​ແລະ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ. ຢູ່​ໃນ​ກອງ​ປະ​ຊຸມ​ສຸ​ດຍອດ​ກຸ່ມG20ທີ່​ແຮມ​ເບີກ​ ປະ​ເທດ​ເຢຍ​ລະ​ມັນ​ແລະ​ກອງ​ປະ​ຊຸມ​ຜູ້​ນຳ​ອົງ​ການ​ອາ​ເປັກ​ທີ່​ດາ​ນັງ ​ປະ​ເທດ​ຫວຽດ​ນາມ,ທ່ານ​ສີ​ຈິ້ນ​ຜິງ​ໄດ້​ບັນ​ຍາຍ​ທັດ​ສະ​ນະ​ຄະ​ຕິ​ຈີນ​ກ່ຽວ​ກັບ​ການ​ສ້າງ​ເສ​ດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ,ສົ່ງ​ເສີມ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານ​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ. ນອກ​ນີ້, ຈີນ​ຍັງ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ກອງ​ປະ​ຊຸມ​ສຸດຍອດ​ປະ​ເທດບ​ຣິກ​ສ​ທີ່​ເຊ້ຍ​ເມີນ​ແລະ​ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ປະ​ເທດ​ທີ່​ເປັນ​ຕະຫຼາດ​ພັດ​ທະ​ນາ​ໃໝ່​ກັບ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ.

ທ່ານ​ວາງ​ຢີ້​ກ່າວ​ວ່າ: ປີ 2017, ຈີນ​ໄດ້​ຕັ້ງ​ໜ້າ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ເຈ​ລະ​ຈາ​ກັນ​ແຕ່​ບໍ່​ເປັນ​ປໍ​ລະ​ປັກ​ກັນ, ຜູກ​ເປັນ​ຄູ່​ຮ່ວມ​ມື​ແຕ່​ບໍ່​ຮ່ວມ​ກຸ່ມ ທັງ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ສຸມ​ໃສ່​ການ​ຮັກ​ສາ​ສັນ​ຕິ​ພາບ​ຖາ​ວອນ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໂດຍ​ທົ່ວ​ໄປເຊິ່ງ​ເຫັນ​ໄດ້​ຈາກ 4 ດ້ານ​ຄື:
ໜຶ່ງ, ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ໃນ​ການ​ປະ​ສານ​ງານ​ແລະ​ຮ່ວມ​ມື​ກັນ​ກັບ​ປະ​ເທດ​ໃຫຍ່​ທີ່​ສຳ​ຄັນ​ໃນ​ໂລກ. ປະ​ມຸກ​ລັດ​ຈີນ-ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ກັນ 3 ເທື່ອ​ພາຍ​ໃນ​ໄລ​ຍະ​ໜຶ່ງ​ປີ ທັງ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ແລະ​ທາງ​ຈົດ​ໝາຍຫຼາຍ​ເທື່ອ; ປະ​ມຸກ​ລັດ​ຈີນ-ຣັດ​ເຊຍ​ໄດ້​ພົບ​ປະ​ກັນ 5 ເທື່ອ, ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ສອງ​ຝ່າຍ​ ມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ຢ່າງ​ເຂັ້ມ​ແຂງ, ສາຍ​ພົວ​ພັນ​ຈີນ-ເອີ​ຣົບ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໜັກ​ແໜ້ນ, ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ເປີດກວ້າງ​ຕື່ມ​ອີກ.

ສອງ: ມິດ​ຕະ​ພາບຖານ​​ບ້ານໃກ້​ເຮືອນ​ຄ​ຽງ​ລະ​ຫວ່າງ​ຈີນ​ກັບ​​ບັນ​ດາປະ​ເທດ​ອ້ອມ​ຂ້າງ​ໄດ້​ຂະ​ຫຍາຍ​ຕົວ​ ​ຂຶ້ນ​ສູ່​ລະ​ດັບ​​ໃໝ່. ຫຼັງ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 19 ​ຂອງພັກ​ກອມ​ມູ​ນິດ​ຈີນ​, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ເລືອກ​ເອົາ​ຫວຽດ​ນາມ​ແລະ​ລາວ​ເປັນ​ສອງ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຂອງ​ຕົນ ເຊິ່ງ​ເປັນ​ການ​ສົ່ງ​ສັນ​ຍານ​ອັນ​ຈະ​ແຈ້ງ​ແຫ່ງ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ກັບ​​ບັນ​ດາປະ​ເທດ​ອ້ອມ​ຂ້າງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫຼີ​ເຄີ້​ສຽງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕ່າງໆ​ຂອບ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ ເຊິ່ງ​ໄດ້​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ຂະ​ຫຍາຍ​ຕົວ​ຈາກ​ໄລ​ຍະ​ເຕີບ​ໃຫຍ່​ກ້າວ​ໄປ​ສູ່​ໄລ​ຍະ​ສົມ​ບູນ. ຈີນ-ສ ເກົາຫຼີ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບການ​ແກ້​ໄຂ​ບັນ​ຫາ​ອາ​ເມ​ລິ​ກາ​ຕິດ​ຕັ້ງ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດຫຼືທັດ​ຢູ່​ສ ເກົາຫຼີ, ສາຍ​ພົວ​ພັນ​ຈີນ-ຍີ່​ປຸ່ນ​ ​ມີ​ທ່ວງ​ທ່າ​ຂະ​ຫ​ບາຍ​ຕົວ​ແລະ​ປັບ​ປຸງ​ໃຫ້​ດີ​ຂຶ້ນ. ຈີນ​ຍຶດ​ໝັ້ນ​ເປົ້າ​ໝາຍ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ອາ​ວຸດ​ນີວ​ເຄ​ລຍ, ຂະ​ນະ​ດຽວ​ກັນ​ກໍ​ໄດ້​ຮ່ວມ​ກັບ​ ອາ​ຊຽນ​ບັນ​ລຸ​ຂອບ​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້ ທັງ​ປະ​ກາດ​ເລີ່ມ​ຕົ້ນ​ການ​ປຶກ​ສາ​ຫາ​ລື​ເອ​ກະ​ສານ​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້​ໃນ​ຕົວ​ຈິງ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ສາມ: ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່​ໃນ​ການ​ຮ່ວມ​ມື​ກັບ​ບັນ​ດາປະ​ເທດ​ພວມ​ພັດ​ທະ​ນາ​.

ສີ່: ອະ​ທິ​ປະ​ໄຕ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຈີນ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຢ່າງ​ແຂງ​ແຮງ. ຈີນ​ໄດ້​ນຳ​ໃຊ້​ວິ​ທີ​ທາງ​ການ​ທູດ​​ ​ແລະ​ສາ​ມາດແກ້​ໄຂ​ເຫດ​ການ​ດົມ​ລາງ​ທີ່​ທະ​ຫານກອງ​​ປ້ອງ​ກັນ​ຊາຍ​ແດນ​ອິນ​ເດຍ​ຂ້າມ​ຊາຍ​ແດນ​ເຂົ້າ​ດິນ​ແດນ​ປະ​ເທດ​ຈີນ​ນັ້ນໂດຍ​ສັນ​ຕິ ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ຮັກ​ສາ​ຜືນ​ແຜ່ນ​ດິນ​ແລະ​ອະ​ທິ​ປ​ະ​ໄຕ​ຂອງ​ປະ​ເທດ​ຕົນ​ເທົ່າ​ນັ້ນ, ຍັງ​ສາ​ມາດ​ຮັກ​ສາ​ທິດ​ທາງ​ທີ່​ຖືກ​ຕ້ອງ​ຂອງ​ສາຍ​ພົວ​ພັນ​ຈີນ-ອິນ​ເດຍ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ