ໃນການຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 25 ທັນວານີ້, ທ່ານນາງ ຮວ້າຊຸ່ນຢີງ ໂຄສົກກະຊວງການຕ່າງປະເທດຈີນກ່າວຢ້ຳວ່າ: ຈີນເດັດດ່ຽວສະໜັບສະໜູນປະຊາຊົນປາແລັສຕິນໃນດ້ານວຽກງານແຫ່ງຄວາມຊອບທຳທີ່ຟື້ນຟູສິດທີ່ຊອບດ້ວຍກົດໝາຍຂອງຊົນຊາດຕົນ. ໃນຖານະເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ,ປະເທດໃຫຍ່ທີ່ມີຄວາມຮັບຜິດຊອບແລະເພື່ອນມິດຂອງປະຊາຊົນປາແລັສຕິນແລະອິສຣາແອນ,ຈີນຈະສືບຕໍ່ປະຕິບັດ 4 ຈຸດຢືນທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນສະເໜີອອກໃນການຊີ້ນຳ,ເພື່ອເສີມຂະຫຍາຍບົດບາດແລະປະກອບສ່ວນ ຊຸກຍູ້ໃນການແກ້ໄຂບັນຫາປາແລັສຕິນ-ອິສຣາແອນຢ່າງຮອບດ້ານ,ຍຸດຕິທຳແລະຖາວອນໂດຍໄວ,ບັນລຸສັນຕິພາບຂອງຕາເວັນອອກກາງ.
ໃນວັນທີ 21 ຫາວັນທີ 22 ທັນວານີ້, ກອງປະຊຸມສຳມະນາບຸກຄົນສັນຕິພາບປາແລັສຕິນ-ອິສຣາແອນຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານນາງ ຮວ້າຊຸ່ນຢີງ ໄດ້ຕອບຄຳຖາມວ່າ: ໂດຍຜະເຊີນກັບການປ່ຽນແປງໃໝ່ຂອງສະຖານະການຂອງຕາເວັນອອກກາງ,ການຈັດກອງປະຊຸມຄັ້ງນີ້ມີຄວາມສຳຄັນແລະທັນການຫຼາຍ.
"ບຸກຄົນສັນຕິພາບຂອງປາແລັສຕິນແລະອິສຣາແອນ 8 ທ່ານໄດ້ລົງເລິກຄົ້ນຄວ້າປຶກສາຫາລືຢ່າງເຕັມສ່ວນ ໂດຍປິ່ນອ້ອມ 3 ຫົວຂໍ້ໃຫຍ່ຄື: ມາດຕະການທີ່ຜູ້ນຳຂອງສອງຝ່າຍຄວນໃຊ້ບົດບາດຂອງສັງຄົມພົນລະເມືອງຂອງສອງຝ່າຍກໍຄືບົດບາດຂອງປະຊາຄົມໂລກ, ໄດ້ບັນລຸການເຊັນສັນຍາທີ່ມີຄວາມຮັບຮູ້ເປັນເອກະພາບຄື ເອົາແຜນການສ້າງເປັນສອງປະເທດເປັນພື້ນຖານຕໍ່ການຊຸກຍູ້ເພື່ອແກ້ໄຂການປະທະກັນລະຫວ່າງປາແລັສຕິນ-ອິສຣາແອນ, ຢືນຢັນແຜນການດັ່ງກ່າວແມ່ນຊ່ອງທາງດຽວທີ່ມີຄວາມເປັນໄປໄດ້ຕໍ່ການແກ້ໄຂບັນຫາດັ່ງກ່າວ."
ທ່ານນາງ ຮວ້າຊຸ່ນຢີງ ກ່າວເນັ້ນວ່າ: ບັນຫາຖານະເຢລູຊາເລັມຄວນໄດ້ຮັບການແກ້ໄຂໂດຍຜ່ານການເຈລະຈາຕາມຄວາມຮັບຮູ້ຢ່າງເປັນເອກະພາບໂດຍພື້ນຖານຂອງປະຊາຄົມໂລກໃນຫຼາຍປີຜ່ານມາ.