ສຳເລັດເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວຢ່າງຈົບງາມ
2017-12-26 17:03:33  cri 

ຕາມຂ່າວ CRI: ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ ໄດ້ສຳເລັດຢ່າງຈົບງາມທີ່​ສູນ​ການ​ຄ້າ​ເຟຼນເມືອງປາກເຊແຂວງຈຳປາສັກໃນວັນທີ 24 ທັນວານີ້ ໂດຍ​ມີມວນຊົນເມືອງດັ່ງກ່າວຮ້ອຍກວ່າຄົນໄດ້ເຂົ້າຊົມຮູບເງົາດີເດັ່ນ ຂອງຈີນ 2 ເລື່ອງຄື ໝາປ່າຜະຈົນໄພ ແລະ ມະເຮັງ...ຂອງຂວັນວັນເກີດຄົບຮອບ 29 ປີ. ຈາກນີ້, ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ ໄດ້ອັດລົງຢ່າງ ເປັນທາງການ, ໃນເວລາເກືອບ 1 ເດືອນຜ່ານມາ, ປະຊາຊົນ 5,000 ກວ່າຄົນໃນ 8 ແຂວງແລະນະຄອນຫຼວງວຽງ​ຈັນຂອງລາວໄດ້ເຂົ້າຊົມຮູບເງົາ 2 ເລື່ອງດັ່ງກ່າວ.

ທ່ານ ຄຳມ່ວນ ພິມສີວັນໂນ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຈຳປາສັກ ໄດ້ສະແດງຄວາມຍິນດີແລະສະໜັບສະໜູນທັງ ໄດ້ຕີລາຄາສູງຕໍ່ເທດສະການດັ່ງກ່າວ ໂດຍເຫັນວ່າເທດສະການນີ້ເປັນການເສີມສ້າງ ມິດຕະພາບ ແລະ ເພີ່ມທະວີການແລກປ່ຽນດ້ານວັດທະນະ ທຳລະຫວ່າງປະຊາຊົນສອງປະເທດລາວ-ຈີນ, ທັງເປັນການເປີດໂອກາດໃຫ້ປະ ຊາຊົນລາວໄດ້ຮັບຮູ້ ແລະ ເຂົ້າໃຈວັດທະນະທຳ ຮີດຄອງປະເພນີຈີນຫລາຍຂຶ້ນ ຕື່ມອີກ ແລະ ຫວັງວ່າ​ໃນ​ຕໍ່​ໜ້າຈະມີກິດຈຳກຳແບບນີ້ເລື້ອຍໆ ເພື່ອໃຫ້ປະຊາຊົນລາວໄດ້ຊົມຮູບເງົາຈີນຫລາຍກວ່າເກົ່າ.
ທ້າວ ປອງ ເ​ພັດລາສີ ປະຊາຊົນແຂວງຈຳປາສັກໄດ້ໃຫ້ສຳພາດຕໍ່ນັກຂ່າວ CRI ຫລັງຊົມຮູບເງົາວ່າ, ນີ້ເປັນເທື່ອທຳອິດທີ່ໄດ້ຊົມຮູບເງົາຈີນທີ່ພາກເປັນພາສາລາວ ເຊິ່ງຮູບເງົາ 2 ເລື່ອງນີ້ມີສາລະແລະ​ສ້າງແຮງບັນດານໃຈຫລາຍຢ່າງໃຫ້ກັບຕົນເອງ ໃນການໃຊ້ຊີວິດ.

ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ ເທື່ອນີ້, ສະຖານທູດ ສປ ຈີນປະຈຳ ສປປ ລາວ ແລະ ກະຊວງຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວລາວ ເປັນເຈົ້າພາບ ແລະ ຮ່ວມຈັດຂຶ້ນໂດຍ CRI ປະຈຳລາວ ແລະ ກົມຮູບເງົາລາວ. ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ ເລີ່ມສາຍຢູ່ 8 ແຂວງ ຄື ແຂວງຊ່ຽງຂວາງ, ຫລວງພະບາງ, ອຸດົມໄຊ, ຫລວງນ້ຳທາ, ຄຳມ່ວນ, ສະຫວັນນະເຂດ ແລະ ​ແຂວງ​ຈຳປາສັກ ແລະນະຄອນຫຼວງວຽງ​ຈັນຂອງລາວແຕ່ວັນທີ 21 ພະຈິກຜ່ານມາຢ່າງເປັນທາງການ ໂດຍໄດ້ຮັບຄວາມ ນິຍົມຈາກປະຊາຊົນລາວໃນແຕ່ລະແຂວງ​ຢ່າງຫຼວງຫຼາຍ.

1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ