ງານ​ຕະຫຼາດ​ນັດ​ຊາຍ​ແດນ​ຈີນ-ມຽນ​ມາ​ຕົກ​ລົງ​ສັນ​ຍາ​ຊື້​ຂາຍ​ໃນ​ມູນ​ຄ່າ 1 ຕື້ 800 ລ້ານກວ່າ​ໂດ​ລາ
2017-12-27 15:30:06  cri 
ພິ​ທີ​ລົງ​ນາມ​ສັນ​ຍາ​ຮ່ວມ​ມື​ຂອງ​ງານ​ຕະຫຼາດ​ນັດ​ຊາຍ​ແດນ​ຈີນ-ມຽນ​ມາ​ຄັ້ງ​ທີ 16 ໄດ້​ຈັດ​ຂຶ້ນ​ຢູ່ເມືອງ​ຢຸ້ຍ​ລີ້ ແຂວງ​ຢຸນ​ນານ ສ​ປ ຈີນ​ ໃນ​ຄືນ​ວັນ​ທີ 26 ທັນ​ວາ​ນີ້​ ເຊິ່ງ​ໄດ້​ລົງ​ນາມ ​ສັນ​ຍາ​ການ​ຮ່ວມ​ມື 8 ໂຄງ​ການ​ທີ່​ມີ​ ມູນ​ຄ່າ​ການ​ລົງ​ທຶນ​ເຖິງ 11 ຕື້ 830 ລ້ານ​ຢວນຫຼື​ປະ​ມານ 1 ຕື້ 800 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ໂຄງ​ການ​ຮ່ວມ​ມື​ດັ່ງ​ກ່າວກວມ ຫຼາຍ​ຂົງ​ເຂດ​ເປັນ​ຕົ້ນ ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​ຊາດ,ຂະ​ແໜງ​ການ​ຜະ​ລິດ,ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ​ຊີ​ວະ​ພາບ, ​ຂໍ້​ມູນ​ຂ່າວ​ສານ​ແລະ​ອື່ນໆ, ໃນ​ນີ້  ມີ 3 ໂຄງ​ການ​ຄື ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳcloud computing ​ຖານຂໍ້​ມູນ​ໃຫຍ່​ປ່າ​ຫຼວນ, ຖານ​ຕ່ອງ​ໂສ້SmartCloud​ສາ​ກົນ​ຈີນ-ມຽນ​ມາ​ຢຸ້ຍ​ລີ້​ແລະສູນ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ເຖິງ​ຈຸ້ນ​ຢຸ້ຍ​ລີ້ ​ມີ​ມູນ​ຄ່າ​ການລົງ​ທຶນຫຼາຍກວ່າ 300 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ຕາມ​ສັນ​ຍາ, ໂຄງ​ການ​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳcloud computing ​ຖານຂໍ້​ມູນ​ໃຫຍ່​ປ່າ​ຫຼວນ​ກວມ​ເນື້ອ​ທີ່ ປະ​ມານ 10 ເຮັກ​ຕາ ເຊິ່ງ​ຈະ​ສ້າງ​ສູນ​ບໍ​ລິ​ການ​ຂໍ້​ມູນຫຼາຍ​ແຫ່ງ​ເປັນ​ຕົ້ນ: ສູນ​ຂໍ້​ມູນ​ໃຫຍ່​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ສູນ​ຂໍ້​ມູນ​ໃຫຍ່​ຈໍ​ລະ​ຈອນ​ສິນ​ຄ້າ​ສະ​ມາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ