ສີ່​ປະ​ເທດ​ເລີ່​ມຮ່ວມ​ລາ​ຕະ​ເວນ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງທີ 65
2017-12-27 16:32:55  cri 

ວັນ​ທີ 26 ທັນວາ​ນີ້, ​ເຮືອ​ 6 ລຳ​ໄດ້​ແລ່ນ​ອອກ​ຈາກ​ທ່າ​ເຮືອ​ກ່ວນ​ເຫຼີຍ ສປ ຈີນ ​​ເຊິ່ງ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເລີ່​ມຕົ້ນການ​ຮ່ວມ​ລາ​ຕະ​ເວນ-ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ລະຫວ່າງ​ຈີນ, ລາວ, ມຽນມາ ​ແລະ ​ໄທ​ຄັ້ງທີ 65 ຢ່າງ​ເປັນ​ທາງ​ການ.

ການ​ລາ​ຕະ​ເວນ​ເທື່ອ​ນີ້, 4 ປະ​ເທດ​ຈະລາດຕະ​ເວນ​ໂດຍ​ແບ່ງ​ອອກ​ເປັນ​ຍ່ານ ທັງ​ປະສານ​ກັບ​ການ​ຮ່ວມລາ​ຕະ​ເວນ​ຕະຫຼອດທາງ ​ເຊິ່ງ​ເລີ່​ມຕົ້ນຈາກ​ທ່າ​ເຮືອ​ກ່ວນ​ເຫຼີຍ ຈົນຮອດ​ເຂດ​ສາມ​ຫຼ່ຽມຄຳ ທີ່​ເປັນ​ຈຸດ​ຄົບ​ເສັ້ນຊາຍ​ແດນ​ລະຫວ່າງ​ລາວ, ມຽນມາ ​ແລະ ​ໄທ ຍາວທັງ​ໝົດ​ 500 ກວ່າ​ກິ​ໂລ​ແມັດ.ລະຫວ່າງ​ການ​ລາ​ດຕະ​ເວນ, ຝ່າຍ​ຕ່າງໆ​ຈະ​ໃຊ້ຫຼາຍວິທີ​ປະສານ​ກັນ ​ເຊັ່ນ​ກວດກາ​ຕາມ​ຈຸດ​ກຳນົດ, ລາດຕະ​ເວນກວດກາ ​ແລະ ຮ່ວມ​ກັນ​ສືບ​ຂ່າວ ​ເພື່ອ​ເພີ່ມຄວາມ​ເຂັ້ມງວດ​ໃນ​ການ​ຮ່ວມ​ລາດຕະ​ເວນ​​ແລະປະຕິບັດ​ກົດໝາຍ, ປາບ​ປາມ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ຕ່າງໆ ​ເຊັ່ນ ການ​ຄ້າຂາຍ​ເຖື່ອນ ​ແລະ ລັກລອບ​​ເຂົ້າ​ເມືອງ ທີ່​ເກີດ​ຂຶ້ນຕາມ​ລຳ​ແມ່​ນ້ຳຂອງ ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ສະຫງົບຕາມ​ເຂດ​ລ້ອງ​ແມ່​ນ້ຳຂອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ