ຈີນ​ຄົ້ນຄວ້າ​ການ​ສ້າງ​ແບບ​ແຜນ​ຂອງ​ພັກ-ຄວາມປອດ​ໃສ​ຂາວ​ສະອາດ ​ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ
2017-12-27 16:39:15  cri 
ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ໄຂ​ກອງ​ປະຊຸມ​ໃນ​ວັນ​ທີ 27 ທັນວາ​ນີ້ ​ໂດຍ​ຕົກລົງ​ຈະ​ໄຂ​ກອງ​ປະຊຸມ​ຄົບຄະນະ​ຄັ້ງທີ 2 ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊຸດ​ທີ 19 ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ເດືອນ​ມັງກອນ​ປີໜ້າ ​ເຊິ່ງວາລະຕົ້ນຕໍ​ຂອງ​ກອງ​ປະຊຸມ ຄື ປຶກສາ​ຫາລື ​ແລະ ຄົ້ນຄວ້າ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ປັບປຸງ​ບາງ​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ. ​ໃນ​ກອງ​ປະຊຸມ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ກຳມະການກວດກາ​ສູນ​ກາງ​ພັກ ​ແລະ ຄົ້ນຄວ້າ-ຈັດ​ວາງ​ການ​ສ້າງ​ແບບ​ແຜນ​ຂອງ​ພັກ-ຄວາມປອດ​ໃສ​ຂາວ​ສະອາດ ​ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ເປັນ​ປະທານກອງ​ປະຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ