ການສົນທະນາແລະຮ່ວມມືລະຫວ່າງຈີນ, ອັຟການິສະຖານ ແລະ ປາກິສະຖານບໍ່ຄວນ​ຖືກ​ລົບ​ກວນຈາກ​ບັນດາປະ​ເທດ ​ແລະ ອິດ​ທິກຳລັງ​ອື່ນໆ
2017-12-28 15:23:34  cri 

ກອງ​ປະຊຸມພົບ​ປະ​ແລກປ່ຽນລະຫວ່າງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ອັຟກາ​ນິສະຖານ ​ແລະ ປາ​ກິ​ສະຖານ​ຄັ້ງທຳ​ອິດ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 26 ທັນວາ​ນີ້ ​ແຕ່​​ມີ​ສື່​ມວນ​ຊົນຈຳນວນ​ໜຶ່ງ​ໄດ້​ລາຍ​ງານ​ຂ່າວ ​ໂດຍ​ພາດ​ຫົວ​ວ່າ "​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກິ​ສະຖານ​ແກ່ຍາວ​ໄປ​ຮອດ​ອັຟກາ​ນິສະຖານ ​ແມ່ນ​ເພື່ອ​ປິດ​ລ້ອມ​ອິນ​ເດຍບໍ່?" ທັງ​ກ່າວ​ວ່າ: ​ແຜນການ​ແລວທາງ​ເສດຖະກິດ​ຈີນ-ປາ​ກິ​ສະຖານ​ແກ່ຍາວ​ໄປ​ຮອດ​ອັຟກາ​ນິສະຖານ​ເຮັດ​ໃຫ້​ອິນ​ເດຍຮູ້ສຶກ​​ເປັນ​ຫ່ວງ ​ເພາະວ່າ​​ແຜນການ​ດັ່ງກ່າວອາດຈະ​ເຮັດ​ໃຫ້​ອິດ​ທິພົນ​ຂອງຈີນ​ແຜ່​ຂະຫຍາຍ​ເຂົ້າສູ່​ອາຊີ​ກາງ​ຕື່ມ​ອີກ ທັງ​ເຊື່ອມ​ຕໍ່​ກັບ​ອາຊີ​ໃຕ້".

ຕໍ່​ເລື່ອງ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ ຢູ່​ນະຄອນຫຼວງ​ປັກ​ກິ່ງໃນ​ວັນ​ທີ 27 ທັນວາ​ນີ້​ວ່າ: ອັຟກາ​ນິສະຖານ​​ແລະ​ປາ​ກິ​ສະຖານແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ສຳຄັນ​ຂອງ​ຈີນ, ຂະນະ​ທີ່​ສອງປະ​ເທດ​ນີ້​ມີ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ​ແລະ​ກໍ​ຍິນ​ດີ​ເຊື່ອມ​ຕໍ່​ເຂົ້າກັບ​ຂະ​ບວນການ​ເຊື່ອມ​ຈອດ​ພາກພື້ນ ​​ໂດຍ​ຫວັງ​ຈະ​ສາມາດ​ເສີມ​ຂະຫຍາຍ​ທ່າ​ແຮງ​ທາງ​ພູມມີ​ປະ​ເທດ​ຂອງ​ຕົນ​ໃນ​ການ​ເຊື່ອມ​ຕໍ່​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກິ​ສະຖານ ​ແລະ ​ແລວ​ທາງ​ເສດຖະກິດ​ຈີນ-ອາຊີ​ກາງ-ອາຊີ​ຕາ​ເວັນ​ຕົກ. ດັ່ງນັ້ນ, 3 ຝ່າຍ​ຈຶ່ງ​ເຫັນ​ດີຮ່ວມ​ກັນ​ຊຸກຍູ້​ການ​ເຊື່ອມ​ຈອດ​ທີ່​ກວ້າງຂວາງ​ກວ່າ​ເກົ່າ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ​ໂດຍ​ຍຶດໝັ້ນຫຼັກການ​ທີ່​ແກ້​ໄຂ​ບັນຫາ​ງ່າຍ​ໄປ​ກ່ອນ, ​ໂດຍ​ສະ​ເພາະ​ຕ້ອງ​ແກ້​ໄຂ​ບັນຫາ​ນ້ອຍ​​ກ່ອນ​ແລ້ວ​ຈຶ່ງ​ແກ້​ໄຂ​ບັນຫາ​ໃຫຍ່ ​ແລະ ຄ່ອຍ​ເປັນ​ຄ່ອຍ​ໄປ ​ແລະກຳນົດ​ໂຄງການ​ຮ່ວມ​ມື​ທີ່​ເປັນ​ຮູບ​ປະ​ທຳ​ໂດຍ​ຜ່ານ​ການປຶກສາ​ຫາລື​ຢ່າງ​ສະ​ເໝີ​ພາບລະຫວ່າງ 3 ຝ່າຍ, ບັນລຸ​ການ​ພັດທະນາ​ແລະ​ຄວາມ​ໝັ້ນຄົງ​ຮ່ວມ​ກັນ, ສຸມ​ໃສ່​ຮັກສາ​ສັນຕິ​ຖາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ທັງ​ນີ້​ກໍ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງຈີນ, ປາ​ກິ​ສະຖານ ​ແລະ ອັຟກາ​ນິສະຖານ, ທັງສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ 3 ປະ​ເທດ​ເຊັ່ນ​ດຽວ​ກັນ. ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ​ບໍ່​ໄດ້​ຖື​ປະ​ເທດ​ອື່ນ​ໃດ​ເປັນ​ເປົ້າໝາຍ ຈຶ່ງ​ບໍ່​ຄວນ​ຖືກ​ລົບ​ກວນຈາກ​ບັນດາປະ​ເທດ​ ​ແລະ ອິດ​ທິກຳລັງ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ