ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ປະ​ກວດ​ 10 ຂ່າວ​ເດັ່ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ 2017
2017-12-28 11:31:40  cri 
ຕາມ​ຂ່າວCRI: 10 ຂ່າວ​ເດັ່ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ປີ 2017 ທີ່​ປະ​ກວດ​ໂດຍ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 28 ທັນ​ວາ​ນີ້.


10 ຂ່າວ​ເດັ່ນ​ດັ່ງ​ກ່າວຄືມີ​ດັ່ງ​ນີ້(​ຕາມ​ລຳ​ດັບຂອງ​ເວ​ລາ​ການ​ເກີດ​ເຫດ): 1,ໄທ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບໃໝ່; 2,ສົງ​ຄາມ​ຕ້ານ​ການ​ກໍ່​ການ​ຮ້າຍ​ມາ​ລາ​ວີ​ຂອງ​ຟີ​ລິບ​ປິນ​ໄດ້​ຮັບ​ໄຊ​ຊະ​ນະ; 3, ລູກ​ຂອງທ່ານ ​ລີ​ກວນ​ຢູ ເປີດ​ເຜີຍ​ຂໍ້​ຂັດ​ແຍ້ງ​ໃນ​ຄອບ​ຄົວສັ່ນສະ​ເທືອນ​ທົ່ວ​ສັງ​ຄົມ​ສິງ​ກະ​ໂປ; 4, ​ອິນ​ໂດ​ເນ​ເຊຍ​ຍຸບ​ກຸ່ມ​ແນວ​ໂຮມ​ປົດ​ປ່ອຍ​ອິ​ສ​ລາມ​ຢ່າງ​ເປັນ​ທາງ​ການ; 5, ການ​ເຈ​ລະ​ຈາ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້"ຫຼື COC ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່; 6, ອາ​ຊຽນ​ສະ​ຫຼອງວັນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 60 ປີ; 7, ອົງ​ການ APEC ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຄັ້ງ​ທຳ​ອິດ​ກັບ​ຜູ້​ນຳ​ອາ​ຊຽນ; 8, ກອງ​ປະ​ຊຸມຜູ້​ນຳ RCEP ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປິນ; 9,ສານ​ສູງ​ສຸດ​ຂອງ​ກຳ​ປູ​ເຈຍ​ຕັດ​ສິນ​ຍຸບ​ພັກ​ກູ້​ຊາດ​; 10,ເຊັນ​ສັນ​ຍາ​ກ່ຽວ​ກັບການ​ໃຫ້​ປະ​ຊາ​ຊົນ​ລັດ​ຍະ​ໄຂ່​ທີ່​ອົບ​ພະ​ຍົບ​ກັບ​ຄືນ​ປະ​ເທດ​ລະ​ຫວ່າງ​ມຽນ​ມາ-ບັງ​ກ​ລາ​ເດັດ.


​​ຂ່າວ​ແຈ້ງວ່າ: ຜົນ​ການ​ປະ​ກວດ 10 ຂ່າວ​ເດັ່ນ​ດັ່ງ​ກ່າວຈະ​ເປີດ​ເຜີຍ​ໂດຍ​ຜ່ານ​ສື່ມວນ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ເວ​ລາ​ດຽວ​ກັນ.



ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ