ຈັດການ​ຖະ​ແຫຼງ​ຂ່າວງານ​ສະ​ເໜີ​ 10 ຍີ່​ຫໍ້​ດັງ​ຈີນ-ອາ​ຊຽນປະ​ຈຳ​ປີ 2018 ແລະ​ກອງ​ປະ​ຊຸ​ມເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຜູ້​ມີ​ອິດ​ທິ​ພົນ​ສູງສຸດ 10 ທ່ານ
2017-12-28 16:41:04  cri 
ຕາມ​ຂ່າວCRI: ​ການ​ຖະ​ແຫຼງ​ຂ່າວ​ຂອງງານ​ສະ​ເໜີ​ 10 ຍີ່​ຫໍ້​ດັງຈີນ-ອາ​ຊຽນປະ​ຈຳ​ປີ​ 2018 ແລະ​ກອງ​ປະ​ຊຸ​ມເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຜູ້​ມີ​ອິດ​ທິ​ພົນ​ສູງ​ສຸດ 10 ທ່ານ​ໄດ້​ຈັດ​ຂຶ້ນ​​ຢູ່​ນະ​ຄອນ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງເຜົ່າ​ຈ​ວ້າງກວາງ​ຊີ​ຈີນ​ໃນ​ວັນ​ທີ 27 ທັນ​ວາ​ນີ້. ແລະ​ຄາດ​ວ່າສອງ​ງານ​ດັ່ງ​ກ່າວ​ນີ້ຈະ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນນານ​ນິງ​ເຂດກວາງ​ຊີ​ໃນ​ເດືອນມີ​ນາ​ປີໜ້າ.

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ແມ່ນ​ຊ່ອງ​ອາ​ຊຽນ​ຂອງ​ເວັບ​ໄຊ​ຈີນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ແລະ​ອາ​ຊຽນ ແລະ​ສະ​ມາ​ຄົມ​ການ​ຄ້າ​ຈີນ-ອາ​ຊຽນ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ, ແລະມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຍີ່​ຫໍ້​ຂອງ​ຊາດ, ສ້າງ​ເວ​ທີ​ແຫ່ງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່,ການ​ແລກ​ປ່ຽນ,ການ​ຮ່ຳ​ຮຽນ,ກາ​ນ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ແລະ​ການ​ຮ່ວມ​ມືໃຫ້​ແກ່​ວິ​ສາ​ຫະ​ກິດ​ຍີ່​ຫໍ້​ດັງ​ແລະ​ຜູ້​ມີ​ອິດ​ທິ​ພົນ​ສູງສຸດ​ຂອງ​ຈີນ​ແລະ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ