ປີ 2017 ​​ເປັນປີ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​​ຈີນ-ອາ​ຊຽນ​ໃຫ້​ພັດທະນາ​ຈາກ​ໄລຍະ​ເຕີບ​ໂຕ​ກ້າວ​ສູ່​ໄລຍະສົມບູນ
2017-12-29 16:20:44  cri 

ປີ 2017 ​​ແມ່ນ​ປີ​ທີ່ອາ​ຊຽນສ້າງຕັ້ງຂຶ້ນຄົບຮອບ 50 ປີ ​ແລະ​ໃນ​ປີ​ນີ້, ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ​ໄດ້​ຈັດ​ຂຶ້ນຢ່າງ​ມີ​ໄຊ​ຢູ່​ນະຄອນຫຼວງປັກ​ກິ່ງ ​ແລະຫຼັງສຳ​ເ​ລັດ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ເລືອກ​ຫວຽດນາມ ​ແລະ ລາວ ​ເຊິ່ງ​ເປັນ​ສອງ​ປະ​ເທດ​ໃກ້​ຄຽງ​ຂອງ​ຈີນ​ເປັນ​ເປົ້າໝາຍ​ໃນ​ການ​ເດີນທາງ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງທຳ​ອິດ​ຂອງ​ຕົນ ​​ເປັນ​ການ​ສົ່ງ​ສັນຍານ​ອັນ​ຈະ​ແຈ້ງ​ທີ່​ຈະ​ສ້າງປະຊາ​ຄົມ​ຮ່ວມ​ຊາຕາກຳ​ກັບປະ​ເທດ​ອ້ອມ​ຂ້າງ. ຈາກ​ນັ້ນ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​​ເດີນທາງ​ເຂົ້າຮ່ວມ​ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້ນຳ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງມະນີ​ລາ ປະ​ເທດ​ຟິລິບ​ປິນ ​ແລະ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ໃຫ້​ພັດທະນາ​ຈາກ​ໄລຍະ​ເຕີບ​ໂຕ​ກ້າວ​ສູ່​ໄລຍະ​ສົມບູນ. ບັນດາ​ຜູ້​ຊ່ຽວຊານ​ທີ່​ຄົ້ນຄວ້າ​ບັນຫາ​ກ່ຽວ​ກັບຈີນ​ແລະ​ອາ​ຊຽນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດຈີນ ຫຼື CRI ​ໂດຍ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ.

ທ່ານ​ຈ່າງ​ເສ​ກ່າງ ຮອງ​ຫົວໜ້າ​ສະ​ຖາ​ບັນ​ອາຊີ​ໃຕ້-ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ຍຸກ​ປັດຈຸບັນ​ຈີນ ​ເຫັນ​ວ່າ: ​ໃນປີ 2017, ຈີນ​ແລະ​ອາ​ຊຽນຕ່າງ​ກໍ​ສະໜັບສະໜູນຕໍ່​ກິດຈະກຳ​ຕ່າງປະ​ເທດທີ່​ສຳຄັນ​ທີ່​ຈັດ​ຂຶ້ນຢູ່​ແຕ່ລະ​ຝ່າຍ ​ເຊິ່ງ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງການ​ເອົາ​ໃຈ​ໃສ່​ແລະ​ໃຫ້​ຄວາມສຳຄັນ​ຢ່າງ​ສູງຕໍ່​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ ​ແລະ ການ​ສະໜັບສະໜູນ​ຢ່າງ​ເດັດດ່ຽວ​ຈາກຈີນທີ່​ມີຕໍ່​​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ທ່ານ​ຈ່າງ​ເສ​ກ່າງ ກ່າວ​ວ່າ: "​ໃນ​ດ້ານ​ການ​ເມືອງ​ແລະ​ການ​ຕ່າງປະ​ເທດ, ສອງ​ຝ່າຍ​ຕ່າງ​ກໍ​ສະໜັບສະໜູນຕໍ່​ກິດຈະກຳ​ຕ່າງປະ​ເທດ​ທີ່​ຈັດ​ຂຶ້ນຢູ່​ແຕ່ລະ​ຝ່າຍ ​ແລະ ຜູ້ນຳ​ຈີນ​ແລະ​ອາ​ຊຽນຢ້ຽມຢາມ​ກັນ​ໄດ້​ມີ​ຂຶ້ນເປັນປົກກະຕິ​​ເໝືອນ​ດັ່ງ​ໄປ​ຢ້ຽມຢາມ​ຍາດ​ພີ່ນ້ອງ ຄື ​ເມື່ອ​ເດືອນ​ພຶດສະພາ, ປະມຸກ​ລັດ ຫຼື ຫົວໜ້າ​ລັດຖະບານ​ຂອງ 7 ປະ​ເທດ​ໃນ​ອາ​ຊຽນ​ໄດ້​ເດີນທາງ​ ເຂົ້າຮ່ວມກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງ ​ເຊິ່ງອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ໄດ້​ເປັນ​ໜຶ່ງ​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ມີ​ຜູ້ນຳ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວຫຼາຍກວ່າ​ໝູ່; ຮອດທ້າຍ​ປີ 2017 ກໍ​ມີ​ກິດຈະກຳ​ຕ່າງປະ​ເທດ​ທີ່​ສຳຄັນຕ່າງໆ ທີ່​ອາ​ຊຽນ​ເປັນ​ເຈົ້າພາບ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ກໍ​ໄດ້​ເດີນທາງ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເປັກ ​ແລະ​ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ກໍ​ໄດ້​ເດີນທາງ​ເຂົ້າຮ່ວມ​ບັນດາກອງ​ປະຊຸມ​ສຸດ​ຍອດອາຊີ​ຕາ​ເວັນ​ອອກ ​ແລະ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຈາກອາ​ຊຽນ."

ທ່ານ​ ສີ​ລີ້​ຜິ​ງ ຫົວໜ້າ​ສູນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ ສະ​ຖາ​ບັນ​ວິທະຍາສາດ-ສັງຄົມ​ແຫ່ງ​ຊາດ​ຈີນ ​ເຫັນ​ວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ໃນ​ປີ 2017 ມີ​ຈຸດ​ຮຸ່ງ​ໃສ​ສອງ​ຈຸດ. ທ່ານ​ເວົ້າວ່າ: "ຈຸດ​ທີ 1 ຄື ບັນຫາ​ທະ​ເລ​ຈີນ​ໃຕ້​ໄດ້​ມີ​ການ​ບຸກທະລຸ ​ໂດຍ​​ຝ່າຍ​ຕ່າງໆ​ສາມາດ​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ຂອບ "ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້(COC)" ​ແລະ ຈຸດ​ທີ 2 ຄື ຖື​ເອົາ​ກົນ​ໄກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ​ເປັນຫຼັກ, ລົງ​ເລິ​ກ​ແລະ​ຊຸກຍູ້ການ​ຮ່ວມ​ມື​ລະຫວ່າງ​ຈີນ ​ແລະ ອາ​ຊຽນ."

​ນັບແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ 2017, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ແລະ​ອາ​ຊຽນ ​ໄດ້​ເພີ່ມ​ຂຶ້ນ 18,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2016. ທ່ານ​ຈາ​ຍຄຸ່ນ ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ການ​ພົວພັນ​ສາກົນ ມະຫາວິທະຍາ​ໄລ​ປັກ​ກິ່ງ ​ເຫັນ​ວ່າ: ​ໃນ​ປີ 2017, ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ ​ໄດ້​ດຳ​ເນີນ​​ໃນ​ຂອບ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຖ້າ​ເວົ້າລະອຽດ​ແລ້ວ​ກໍ​ຄື ການ​ສ້າງ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21". ທ່ານ​ຈາ​ຍຄຸ່ນ ​ເຫັນ​ວ່າ: ຈີນ​ແລະ​ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່ຫຼວງ​ໃນ​ດ້ານ​ຕ່າງໆ ​ເປັນຕົ້ນ ການ​ແລກປ່ຽນ​ນະ​ໂຍບາຍ, ການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ, ການ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ສອງ​ຝ່າຍ, ທຸລະ​ກຳ​ທາງ​ການ​ເງິນ ​ແລະ ການ​ເຊື່ອມ​ສຳພັນ​ທາງ​ຈິດ​ໃຈ​ຂອງ​ປະຊາຊົນ.

ປີ 2018 ​ເປັນ​ປີ​ແຫ່ງ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນຄົບຮອບ 15 ປີ ​​ແລະ​ສອງ​ຝ່າຍ​ຈະ​ວາງ "ວິ​ໄສ​ທັດຮອດ​ປີ 2030 ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ". ​ໃນ​ໄລຍະກອງ​ປະຊຸມ​ສຸດ​ຍອດ​ອາ​ເປັກ​ທີ່​ຈັດ​ຂຶ້ນຢູ່​ນະຄອນ​ດາ​ນັງ ປະ​ເທດ​ຫວຽດນາມ​ໃນ​ເດືອນ​ພະຈິກ​ປີນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ກ່າວ​ຂະນະ​ເວົ້າ​ເຖິງ​ສາຍ​ພົວພັນ​ຈີນ-ອາ​ຊຽນນັ້ນວ່າ: ຈະ​ຕ້ອງ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ໃຫ້​ພັດທະນາຂຶ້ນສູ່​ລະດັບ​ສູງ​ກວ່າ​ເກົ່າ ​ແລະ​ກ້າວ​ສູ່​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຊຽນທີ່​​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ