ກອງ​ປະ​ຊຸມ​ວຽກ​ງານ​ຊົນ​ນະ​ບົດ​ສູນ​ກາງ​ຈີນ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ
2017-12-30 15:57:00  cri 

ກອງ​ປະ​ຊຸມ​ວຽກ​ງານ​ຊົນ​ນະ​ບົດ​ສູນ​ກາງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 28 – 29 ທັນ​ວາ​ນີ້​ໂດຍ​ໄດ້​ລົງ​ເລິກ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19​ແລະແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ​ທັງ​ວິ​ເຄາະ​ສະ​ຖາ​ນະ​ການ​ທີ່​ວຽກ​ງານກ່ຽວ​ກັບ​ກະ​ສິ​ກຳ,ຊົນ​ນະ​ບົ​ດ​ແລະ​ກະ​ສິ​ກອນກຳ​ລັງ​ປະ​ເຊີນ​ໜ້າ​ແລະ​ໜ້າ​ທີ່​ວຽກ​ງານ​​​ດັ່ງ​ກ່າວຢ່າງ​ຮອບ​ດ້ານ, ຄົ້ນ​ຄວ້າ​​ນະ​ໂຍ​ບາຍ​ສຳ​ຄັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ຍຸດ​ທະ​ສາດ​ສ້າງ​ສາ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ແລະຈັດ​ວາງວຽກ​ງານ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ໃນ​ປີ 2018 ກໍ​ຄື​ໃນ​ໄລ​ຍະ​ຕໍ່​ໜ້າ.

ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ໂດຍ​ໄດ້​ສະຫຼຸບ​ຜົນ​ສຳ​ເລັດ​ແລະ​ການ​ປ່ຽນ​ແປງ​ໃໝ່​ຄັ້ງ​ປະ​ຫວັດ​​ສາດ​ຂອງວຽກ​ງານ​ກະ​ສິ​ກຳ,ຊົນ​ນະ​ບົດ​ແລະ​ກະ​ສິ​ກອນ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ ທັງ​ໄດ້​ລົງ​ເລິກ​ຊີ້​ແຈງ​ບັນ​ຫາ​ສຳ​ຄັນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສ້າງ​ສາ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ​ສະ​ເໜີ​ຄວາມ​ຮຽກ​ຮ້ອງ​ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ​ຢ່າງ​ຈະ​ແຈ້ງ. ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກໍ​ໄດ້​ປະ​ກອບ​ຄຳ​ເຫັນ, ທັງ​ມີ​ການຈັດ​ວາງ​ຢ່າງ​ລະ​ອຽດ​ຕໍ່​ໜ້າ​ທີ່​ວຽກ​ງານ​ສຳ​ຄັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ສ້າງ​ສາ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີ​ນ​ຮຸ່ງ​ເຮືອງ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ຍົກ​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອ​ມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ໃຈ​ກາງໄດ້​ຍຶດ​ໝັ້ນ​ຖື​ເອົາ​ການ​ແກ້​ໄຂ​ບັນ​ຫາ​ກ່ຽວ​ກັບ​ກະ​ສິ​ກຳ,ຊົນ​ນະ​ບົດ​ແລະ​ກະ​ສິ​ກອນ​ໃຫ້​ດີ​ນັ້ນ​ເປັນ​ວຽກ​ງານ​ສຳ​ຄັນ​ທີ່​ສຸດ​ຂ​ອງ​ທົ່ວ​ພັກ, ຜັນ​ຂະ​ຫຍາຍ​ແນວ​ຄິດ​ພັດ​ທະ​ນາ​ໃໝ່, ກ້າ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ດ້ານ​ທິດ​ສະ​ດີ,ການ​ປະ​ຕິ​ບັດ​ຕົວ​ຈິງ​ແລະ​ລະ​ບຽບ​ການ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ກະ​ສິ​ກຳ,ຊົນ​ນະ​ບົດ​ແລະ​ກະ​ສິ​ກອນ, ເຊິ່ງ​ການ​ພັດ​ທະ​ນາກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ແລະມີ​ການ​ປ່ຽນ​ແປງ​ໃໝ່​ຄັ້ງ​ປະ​ຫວັດ​ສາດ.

ກອງ​ປະ​ຊຸມ​ຊີ້​ວ່າ: ບັນ​ຫາ​ກ່ຽວ​ກັບ​ກະ​ສິ​ກຳ,ຊົນ​ນະ​ບົດ​ແລະ​ກະ​ສິ​ກອນ​ເປັນ​ບັນ​ຫາ​ພື້ນ​ຖານ​ທີ່​ກ່ຽວ​ພັນ​ກັບເສດ​ຖະ​ກິດ​ແຫ່ງ​ຊາດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ສ້າງ​ສາ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ແມ່ນ​ຄວາມ​ຮຽກ​ຮ້ອງທີ່​ຕ້ອງ​​ປະ​ຕິ​ບັດ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ຄວາມ​ຕ້ອງ​ການ​ຕໍ່​​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະ​ຊາ​ຊົນ ກັບ ການ​ພັດ​ທະ​ນາ​ທີ່​ບໍ່​ດຸນ​ດ່ຽງ​ ແລະບໍ່ເຕັມ​ສ່ວນ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ "100ປີ 2 ປະ​ການ"ລະ​ເພື່ອ​ບັນ​ລຸເປົ້າ​ໝາຍ​ໃຫ້​ປະ​ຊາ​ຊົນ​ທົ່ວ​ທັງ​ຊາດ​ຮັ່ງ​ມີ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ