ອິ​ສ​ຣາ​ແອນ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ​ຈະ​ຖອນ​ຈາກ​ UNESCO
2017-12-30 17:42:16  cri 

ອິ​ສ​ຣາ​ແອນ​ໄດ້​ແຈ້ງ​ໃຫ້​ທ່ານ​ນາງ​ໂອ​ເດ​ຣ ອາ​ຊູ​ເລ ຜູ່​​ອຳ​ນວຍ​ການ​ໃຫຍ່ອົງ​ການ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ແລະ​ວັດ​ທະ​ນະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຫຼື UNESCO ຊາບຢ່າງ​ເປັນ​ທາງ​ການ​ໃນວັນ​ທີ 29 ທັນ​ວາ​ນີ້​ວ່າ, ຈະ​ຖອນ​ອອກ​ຈາກ​ອົງ​ການ​​ດັ່ງ​ກ່າວ​ໃນ​ວັນ​ທີ 31 ທັນ​ວາ ປີ 2018.

ທັງ​ນີ້, ​ທ່ານ​ນາງ ອາ​ຊູ​ເລ​​ໄດ້ອອກ​​ຖະ​ແຫຼງ​ການ​ໃນ​ວັນ​ດັ່ງ​ກ່າວວ່າ, ລັດ​ຖະ​ບານ​ອິ​ສ​ຣາ​ແອນ​ໄດ້​ແຈ້ງ​ໃຫ້​​ຕົນ​ຊາບ​ໃນ​ມື້​ດຽວ​ກັນຢ່າງ​ເປັນ​ທາງ​ການ​ວ່າ, ການ​ຕົກ​ລົງ​​ຂອງ​ອິ​ສ​ຣາ​ແອນ​ໃນ​ວັນ​ທີ 12 ​ຕຸ​ລາ​ປີ​ນີ້​​ທີ່​ວ່າ​ຈະ​ຖອນ​ອອກ​ຈາກ​ອົງ​ການ​ຢູ່​ເນັ​ສ​ກູ​ນັ້ນ​ຈະ​ເລີ່ມ​ມີ​ຜົນ​ສັກ​ສິດ​​ແຕ່​ວັນ​ທີ 31 ທັນ​ວາ ປີ 2018 ເປັນ​ຕົ້ນ​ໄປ, ​ແລະ​ຕົນ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ການ​ຕົກ​ລົງ​ຂອງ​ອິ​ສ​ຣາ​ແອນ.

ອິ​ສ​ຣາ​ແອນ​ຖອນ​ອອກຈາກ UNESCO ​ກໍ​ເພື່ອ​ເຮັດ​ຕາມ​​ການ​ກະ​ທຳຂອງອາ​ເມ​ລິ​ກາ. ວັນ​ທີ 12 ຕຸ​ລາ​ປີ​ນີ້, ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ​ຈະ​ຖອນ​ອອກ​ຈາກ UNESCO ໂດຍ​ຫຼາຍ​ສາ​ເຫດລວມ​ທັງ UNESCO ມີ​ຄວາມ​​ລຳ​ອຽງ​ຕໍ່​ອິ​ສ​ຣາ​ແອນ​ຢູ່​ສະ​ເໝີ​ແລະມື້​ດຽວ​ກັນ, ອິ​ສ​ຣ​າ​ແອນ​​ກໍ​ຖະ​ແຫຼງ​ວ່າ​ຈະ​ຖອນ​​ອອກຈາກ​ອົງ​ການ​ດັ່ງ​ກ່າວ​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ