ຢ່າງ​ໜ້ອຍ 10 ຄົນ​ເສຍ​ຊີວິດ​ຈາກ​​ເຫດການ​ໂຈ​ມຕີ​ກໍ່​ການ​ຮ້າຍຢູ່​ໂບດ​ແຫ້ງໜຶ່ງ​ທີ່​ເລີ​ແກ
2017-12-30 14:16:29  cri 
ວັນ​ທີ 29 ທັນວາ​ນີ້, ​ໂບດ​ແຫ່ງໜຶ່ງ​ຢູ່ນະຄອນຫຼວງ​ເລີ​ແກ​ປະ​ເທດ​ເອຢິບ ​ໄດ້​​ເກີດ​ເຫດ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ, ສົ່ງ​ຜົນເຮັດ​​ໃຫ້ 10 ກວ່າ​ຄົນ​ເສ​ຍຊີ​ວິ​ດ​ເປັນ​ຢ່ງໜ້ອຍ ​ແລະຫຼາຍ​ຄົນ​ຖືກ​ບາດ​​ເຈັບ. ຈາກ​ນັ້ນ, ທ່ານອັບ​​ເດ​ວຟາ​ຕາ ອານ ສິສິ ປະທານາທິບໍດີ​ເອຢິບ​ກ່າວ​ວ່າ: ການ​ໂຈມ​ຕີກໍ່​ການ​ຮ້າຍ​ຈະ​ບໍ່​ສາມາ​ດບັ່ນ​ທອນ​ຄວາມ​ຕັດສິນ​ໃຈ​​ຂອງ​ປະຊາຊົນ​ປະ​ເທດ​​ເອຢິບ​ໃນ​ການ​ກຳຈັດ​ລັດທິ​ກໍ່​ການ​ຮ້າຍ​ໃຫ້​ໝົດ​ກ້ຽງ​.

ວັນ​ທີ 29 ທັນວາ​ນີ້, ທ່ານອັນ​ໂຕນີ​ໂອ ກຸ​ເຕີຣິສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​​ໄດ້ອອກ​ຖະ​ແຫຼ​ງການ​ໂດຍ​ຜ່ານ​ໂຄສົກ​ຂອງ​ຕົນ​ໂດຍກ່າວ​ປະນາມ​​ເຫດການ​ໂຈມ​ຕີກໍ່​ການ​ຮ້າຍ ​ແລະ​ຮຽກຮ້ອງ​​ໃຫ້ຈັບຜູ້​ກໍ່​ເຫດ​ມາ​ປະຕິບັດ​ກົດໝາຍ​ໂດຍ​ໄວ.

ມື້​ດຽວ​ກັນ, ທ່ານ​ອາມັດ ອັບດຸນ ​ແກ​ດ ​​ເລຂາທິການ​​ໃຫຍ່​ສັນນິບາດ​ອາຣັບ​ໄດ້ອອກ​ຖະ​ແຫຼ​ງການ​ໂດຍ​ກ່າວປະນາມ​ເຫດການດັ່ງກ່າວ ​ແລະ​ຮຽກ​ຮ້ອງ​​ໃຫ້ບັນດາປະ​ເທດ​ອາຣັບ ​ແລະ​ກຳລັງ​ສາກົນ​ຈົ່ງ​ຮ່ວມ​ມື​ກັນ​ເພື່ອ​ປານ​ປາມ​ລັດທິ​ກໍ່​ການ​ຮ້າຍ.

​ໂບດມາ​ມີນາຕັ້ງຢູ່​ເຂ​ດ​​ເຮວວັນພາກ​ໃຕ້​ນະຄອນຫຼວງ​ເລີ​ແກ​ໄດ້​ຖືກ​ຜູ້​ປະກອບ​ອາວຸດ​ທີ່​ບໍ່​ຮູ້​ອັດ​ຕະລັກ​ຫຼອນໂຈມ​ຕີ​ໃນ​ມື້​ດັ່ງກ່າວ, ​ຢ່າງ​ໜ້ອຍເຮັດ​​ໃຫ້ 10 ​ຄົນ​ເສ​ຍຊີວິດ ​ແລະຫຼາຍ​ຄົນ​ຖືກ​ບາດ​ເຈັບ. ຈາກ​ນັ້ນ​ສື່​ມວນ​ຊົນ​ລາ​ຍງານ​ວ່າ: ກຸ່ມ IS​ ເປີດ​ເຜີຍ​ໂດຍ​ຜ່ານ​ຂ່າວສານ​ອາມັກ​ວ່າ​ ​ຕົນ​ເປັນ​ຜູ້​ກໍ່​ເຫດ​ການ​ໂຈ​ມຕີ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ