ການ​ທູດ​ຍັງ​ເປັນ​ຊ່ອງ​ທາງ​ຕົ້ນຕໍ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຢູ່​ແຫຼມ​ເກົາ​ຫຼີ
2017-12-30 15:39:06  cri 
ວັນ​ທີ 29 ທັນວາ​ນີ້, ທ່ານ​​ແຈ​ມສ໌ ມາຕິ​ສ ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດອາ​ເມ​ລິ​ກາ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼ​ງ​ຂ່າວ​ວ່າ: ປະ​ເທດ​ຕົນ​ຍັງຖື​ເອົາການ​ທູດ​ເປັນ​ຊ່ອງ​ທາງ​ຕົ້ນຕໍ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຢູ່​ແຫຼມເກົາຫຼີ.

ທ່ານມາຕິ​ສ​ກ່າວ​ວ່າ: ປະ​ເທດ​ຕົນ​ກຳລັງ​ນຳ​ໃຊ້​ມາ​ດຕະການ​ທາງ​ການ​ທູດ ​ແລະ​ເສດຖະກິດ​ໃນ​​ສາກົນ ​ແລະທ່ານຣິກສ ຕິ​ເລິ​​ເສິນ ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຈະ​ປຶກສາ​ຫາລື​ກັບ​ຫຼາຍ​ປະ​ເທດ​ກ່ຽວ​ກັບ​ຍຸດ​​ໂທ​ບາຍ​ແກ້​ໄຂ​ບັນຫາ​ນິວ​ເຄຼຍເກົາຫຼີ​ໃນ​ຕໍ່ໜ້າ​ຢູ່​ກາ​ມາ​ດາ​ໃນ​ກາງ​ເດືອນ​ມັງກອນ​ປີ 2018 ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມ​ລິ​ກາ​ຍັງ​ຖື​ເອົາ​ການ​ທູດ​ເປັນ​ຊ່ອງ​ທາງ​ຕົ້ນຕໍ​ໃນ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ.

​ໃນ​ປີ 2017, ສປປ ​ເກົາຫຼີ​​ໄດ້​ທົດ​ລອງ​ນິວ​ເຄຼຍ ​ແລະ​ຍິງ​ຂີ​ປະ​ນາ​ວຸດ​ຫຼາຍ​ເທື່ອ​, ຂະນະ​ທີ່ອາ​ເມ​ລິ​ກາ ​ແລະ​ສ. ​ເກົາຫຼີ​ກໍ​ຂະຫຍາຍ​ຂະໜາດການຊ້ອມ​ຮົບ, ​ເຮັດ​​ໃຫ້ສະຖານະ​ການ​ຢູ່ແຫຼມ​ເກົາຫຼີ​ມີ​ທ່າ​ອ່ຽງ​ເຄັ່ງ​ຕຶງຂຶ້ນ​ເລື້ອຍໆ. ຊຸມ​ປີ​ຜ່ານ​ມາ, ອາ​ເມ​ລິ​ກາ​ໄດ້​​ຂວ້ຳ​ບາດ​​ເອກະ​ຊົນ ​ແລະ​ວິ​ສາ​ຫະກິດ​ສປປ ​ເກົາຫຼີ ​ແລະ​ຕ່າງປະ​ເທດ​ໂດຍ​ອ້າງ​ວ່າ ເຂົ້າ​ຮ່ວມ ​ຫຼື ສະໜັບສະໜູນ​ໂຄງການ​ພັດທະນາ​ນິວ​ເຄຼຍ ​ແລະ​ຂີ​ປະ​ນາ​ວຸດ​ຂອງສປປ ​ເກົາຫຼີ. ລັດຖະບານ​ທຣຳຍຶດໝັ້ນ​ປະຕິບັດ​ນະ​ໂຍບາຍ​ໃຊ້ "ຄວາມ​ກົດ​ດັນ​ແຮງ​ທີ່​ສຸດ" ​ເພື່ອບັງຄັບ​ໃຫ້​ສປປ ​ເກົາຫຼີ​ປະລະ​ໂຄງ​ການ​ນິວ​ເຄຼຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ