ການ​ສະ​ແດງ​​ດອກ​ໄມ້ໄຟ​ເພື່ອ​ສະ​ຫຼອງ​ປີ​ໃໝ່​ຢູ່​ຊິດ​ນີ​ໄດ້​ຮັບ​ຄວາມ​ສົນ​ໃຈ​​ຈາກ​ທົ່ວ​ໂລກ
2017-12-31 17:20:08  cri 

ການ​ສະ​ແດງດອກ​ໄມ້​ໄຟ​​ສະ​ຫຼອງ​ປີ​ໃໝ່ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ຈະ​ຈັດ​ຂຶ້ນ​ຢູ່​ຊິດ​ນີ​ຂອງ​ອົ​ສ​ຕ​ລາ​ລີ​ໃນຕອນ​ຄ່ຳ​ວັນ​ທີ 31 ທັນ​ວາ​ນີ້, ຄາດ​ວ່າ​ຈະ​ມີ​ລ້ານກວ່າ​ຄົນ​​ໄປ​ຊົມເບິ່ງ, ​ຂະ​ນະ​ດຽວ​ກັນ​ຍັງ​ຈະ​ດຶງ​ດູດ ​ 1 ຕື້​ຄົນ​ຊົມ​ຜ່ານ​ທາງ​ອິນ​ເຕີ​ເນັດ. ​ການ​ສະ​ແດງດອກ​ໄມ້​ໄຟ​ເທື່ອ​ນີ້​ຈະ​ຈູ​ດດອກ​ໄມ້​ໄຟ 1 ແສນກວ່າ​ຊະ​ນິດ​. ລ​ວມ​ນ້ຳ​ໜັກ​ກວ່າ 8 ໂຕນ, ໃນ​ນັ້ນ​ມີ 90% ມາ​ຈາກ​ຈີນ.

ການສະ​ຫຼອງ​ປີ​ໃໝ່​ຢູ່​ຊິດ​ນີ, ​ການ​ໄປ​ໂຮງລະ​ຄອນ​​ຫຼື​​ໄປ​ຊົມ​ການ​ສະ​ແດງດອກ​ໄມ້​ໄຟ​ຢູ່​ຂົວ​ໃຫຍ່​ທ່າ​ເຮືອ​ທະ​ເລ​ໄດ້​ກາຍ​ເປັນ​ປະ​ເພ​ນີ​ຂອງ​ຊາວ​ເມືອງ​ຊິດ​ນີ​ແລະກໍ່​ແມ່​ນ​ລາຍ​ການ​ສະ​ຫຼອງ​ປີ​ໃໝ່ທີ່​ນັກ​ທ່ອງ​ທ່ຽວ​ໂລກ​ນິ​ຍົມທີ່​ສຸດ. ຕອນ​ຄ່ຳ​ວັນ​ທີ 31 ທັນ​ວາ​ນີ້, ຊາວ​ເມືອງ​​ຊິດ​ນີແລະ​ນັກ​ທ່ອງ​ທ່ຽວ 1 ລ້ານກວ່າ​ຄົນ​ຈະ​ເຕົ້າ​ໂຮມ​ຢູ່​ຈຸດ​ຕ່າງໆ​ຢູ່​ຊິດ​ນີ, ​ແລະຮ່ວມ​ສະ​ຫຼອງ​ປີ​ໃໝ່ 2018 ​ທີ່​ຈະ​ວຽນ​ມາ​ເຖິງ. ທ່ານ​ນາງ​ໂຄຼ​ເວີ ໂມ​ຣ໌​ ເຈົ້າ​ເມືອງ​ເມືອງ​ຊິດ​ນີເວົ້າ​ຕໍ່​ນັກ​ຂ່າວ​ວ່າ, ປີ​ນີ້, ​ໃນພິ​ທີ​​ສະ​ຫຼອງ​ປີ​ໃໝ່​ຢູ່​ຊິດ​ນີ​ຈະ​​ມີ​ການສະ​ແດງ​ດອກ​ໄມ້ໄຟ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ບໍ່​ເຄີຍ​ມີ​ມາ​ໃນ​ແຕ່​ກ່ອນ​ແລະ​ງານ​ຕື່ນ​ເຕັ້ນ​ໜ້າ​ປະ​ທັບ​ໃຈ​ຕໍ່​ໂລກ, ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດ​ທະ​ນະ​ທຳ​ຕົວ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ພິ​ເສດ​ຂອ​ງ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ