ທ່ານສີຈິ້ນຜິງ ປະທານປະເທດສປຈີນກ່າວຄຳອວຍພອນ ປີໃໝ່ 2018
2017-12-31 19:15:25  cri 






ເນື່ອງໃນໂອ​ກາດປີໃໝ່ສາ​ກົນ 2018 ໃກ້​ຈະວຽນມາເຖິງນີ້, ທ່ານສີຈິ້ນຜິງ ປະທານ ປະເທດແຫ່ງ ສປ ຈີນໄດ້ກ່າວຄຳອວຍພອນ
ປີໃໝ່​ໂດຍຜ່ານວິທະຍຸສາກົນແຫ່ງປະ ເທດຈີນ(CRI), ວິທະຍຸປະຊາຊົນສູນກາງຈີນ, ໂທລະພາບສູນກາງຈີນ, ໂທລະພາບສາກົນ
ຈີນ(CGTN) ແລະສື່ອິນເຕີເນັດ. ເຊິ່ງທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວອວຍພອນດັ່ງນີ້:

ສະບາຍດີ! ບັນດາສະຫາຍ, ເພື່ອນມິດ, ທ່ານຍິງ ແລະທ່ານຊາຍ:

ວັນເວລາຜ່ານໄປໄວອີ່ຫຼີ, ອີກ​ພຽງພິບຕາດຽວທໍ່ນັ້ນ ພວກເຮົາຈະ​ໄດ້ຕ້ອນຮັບປີ​ໃໝ່ 2018 . ນະທີ່ນີ້ ຂ້າພະເຈົ້າຂໍ​ສົ່ງ​ຄຳອວຍພອນ
ປີໃໝ່​ນີ​ເຖິງປະຊາຊົນບັນດາເຜົ່າທົ່ວປະເທດຈີນ, ພີ່ນ້ອງຮ່ວມຊາດເຂດບໍລິຫານພິເສດຮົງກົງ, ເຂດບໍລິຫານພິເສດມາກາວ, ໄຕ້ຫວັນ
ກໍ່ຄືຊາວຈີນ ແລະຈີນຕ່າງດ້າວທີ່ອາໄສຢູ່ຕ່າງປະເທດ. ຂ້າພະເຈົ້າຂໍອວຍພອນໃຫ້ເພື່ອນມິດທັງຫຼາຍຂອງປະເທດຕ່າງໆໃນໂລກນີ້ຈົ່ງ
ມີ​ແຕ່​ຄວາມສົມຫວັງ​ຕໍ່​ທຸກ​ສິ່ງທຸກປະການ.

ໂລກນີ້ເກີດມີຄວາມປ່ຽນແປງ​ຢູ່ຕະຫຼອດ, ຜູ້ທີ່ທຳຄວາມພະຍາມຢ່າງແທ້ຈິງຍ່ອມຈະໄດ້ຮັບການຕອບແທນ. ປີ 2017 ພວກເຮົາໄດ້
ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນ ເຊິ່ງເປັນການເລີ່ມຕົ້ນຂະບວນການໃໝ່ແຫ່ງການສ້າງສາ
ປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ລວມຍອດຜະລິດຕະພັນພາຍໃນ ຫຼື GDP ລວມຂອງຈີນໄດ້ບັນລຸເຖິງ 8 ໝື່ນຕື້
ຢວນ, ຕົວເມືອງ ແລະຊົນນະບົດມີຜູ້ປະກອບອາຊີບໃໝ່ເພີ່ມຂຶ້ນກວ່າ 13 ລ້ານຄົນ, ລະບົບການປະກັນໄພລ້ຽງ​ຄົນ​ຊະ​ລາທາງສັງ
ຄົມໄດ້​ມີ​ຜົນ​ຕໍ່​ຄົນ 900 ລ້ານກວ່າຄົນ, ລະບົບການປະກັນໄພປິ່ນປົວຂັ້ນພື້ນຖານໄດ້​ໃຫ້​ສິດ​ຕໍ່​ຄົນ 1350 ລ້ານຄົນ, ປະຊາຊົນຜູ້
ທຸກຍາກໃນຊົນນະບົດ 10 ລ້ານກວ່າຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ບົດກະວີບູຮານເຄີຍກ່າວໄວ້ວ່າ"ຂໍແຕ່ໂລກນີ້ມີ
ເຮືອນຢູ່ທີ່ພຽງພໍ ເພື່ອໃຫ້ຜູ້ຂາດບ່ອນເພິ່ງພາອາ​ໄສນັ້ນໄດ້ຢູ່ເຢັນເປັນສຸກ"ປະຊາຊົນຜູ້ທຸກຍາກຈຳນວນ 3,4 ລ້ານຄົນໄດ້ເຂົ້າ
ຮ່ວມໂຄງການຫຼຸດພົ້ນອອກຈາກ ຄວາມທຸກຍາກໂດຍຍ້າຍໄປຢູ່ບ່ອນໃໝ່ ແລະມີເຮືອນຢູ່ອັນອົບອຸ່ນນ​ຖານ​ຖິ່ນໃໝ່, ໂຄງການ ປັບປຸງເຮືອນຢູ່ເຂດຄຸ້ມຊຸມຊົນແອອັດທຸກປະເພດກໍໄດ້ສຳເລັດການລົງມືກໍ່ສ້າງເຮືອນຢູ່ກ່ອນເວລາຄາດ​ໝາຍໃນຈຳນວນ 6 ລ້ານ
ຊຸດ. ວຽກງານກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນທຸກ​ດ້ານໄດ້​ຮັບການພັດທະນາຢ່າງວ່ອງໄວ, ສະພາບແວດລ້ອມທຳມະຊາດ
ໄດ້ຮັບການປັບປຸງ​ໃຫ້ດີຂຶ້ນເທື່ອລະກ້າວ, ປະຊາຊົນ​ເຫັນວ່າໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ, ມີຄວາມສຸກເພີ່ມຂຶ້ນ ແລະຮູ້ສຶກວ່າ​ຊີ​ວິດ
ມີ​ສະ​ຖຽນ​ລະ​ພາບ​ສູງ​ຂຶ້ນກວ່າເກົ່າ. ພວກເຮົາໄດ້ກ້າວໄປສູ່ເປົ້າໝາຍການສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຮອບດ້ານ​ໄດ້​ຕື່ມອີກ
ບາດກ້າວໜຶ່ງ.

ດ້ານການປະດິດສ້າງໃໝ່ທາງວິທະຍາສາດເຕັກໂນໂລ​ຢີ ແລະໂຄງການສຳຄັນ ຕ່າງໆໄດ້ສົ່ງຂ່າວ​ດີ​ກ່ຽວ​ກັບ​ຜົນ​ສຳ​ເລັດອອກມາ
ເລື້ອຍໆ ເຊັ່ນ: ໄດ້ຮັບ​ຜົນ​ສຳ​ເລັດ​ໃນ​ການສົ່ງດາວທຽມ "ຮຸ້ຍຢຽນ" ຂຶ້ນສູ່ອະວະກາດ, ຜະລິດຍົນໂດຍສານຂະໜາດໃຫຍ່
C919 ອອກແລະທົດລອງການບິນຢ່າງສຳເລັດຜົນ, ປະສົບຜົນສຳເລັດໃນການຄົ້ນຄວ້າ ແລະຜະລິດຄອມພິວເຕີທີ່ຄິດໄລ່
​ດ້ວຍ​ລະ​ບົບ​ຄວານ​ຕຳ, ດຳເນີນການທົດລອງປູກ ເຂົ້ານາ​ໂດຍ​ໃຊ້ນ້ຳທະເລ, ກຳປັ່ນບັນທຸກເຮືອບິນລຳທຳອິດທີ່ຈີນຜະລິດເອງນັ້ນ
ກໍ່ສຳ​ເລັດ​ການທົດລອງເດີນທະເລ, ກຳປັ່ນດຳນ້ຳເລິກ"ຫາຍອີ້"ໄດ້ສຳເລັດການສຳຫຼວດ ຢູ່ໃຕ້ທະເລເລິກ, ການຂຸດຄົ້ນນ້ຳ
ກ້ອນເຊື້ອໄຟຢູ່ເຂດທະເລຄັ້ງທຳອິດໄດ້ປະສົບຜົນສຳເລັດ, ທ່າກຳປັ່ນອັດຕະໂນມັດ"ຢາງຊານ"ໄລຍະທີ 4 ນຳໃຊ້ຢ່າງເປັນ
ທາງການ, ໂຄງການສ້າງ​ຫຼັກຂອງຂົວຂ້າມທະເລຮົງກົງ-ຈູ່ຫາຍ-ມາກາວສ້າງສຳເລັດ, ລົດໄຟຄວາມໄວສູງ"ຟູ້ຊິ່ງ"ໄດ້ອອກ
ແລ່ນລົດຢູ່ບົນແຜ່ນດິນອັນກ້ວາງໃຫຍ່ໄພສານຂອງຈີນ​ແລ້ວ ແລະຜົນ​ສຳ​ເລັດອື່ນໆອີກ……ຂ້າພະເຈົ້າຂໍຊົມເຊີຍຕໍ່ປະຊາຊົນຈີນ
ທີ່ໄດ້ມີການປະດິດສ້າງອັນຍິ່ງໃຫຍ່ຄືແນວນີ້.

ພວກເຮົາໄດ້ຈັດພິທີສວນສະໜາມຢູ່ຖານທັບຝຶກຊ້ອມປະສົມ ຈູ່ຢື້ເຫີ ເພື່ອລະນຶກວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບ
ຮອບ 90 ປີ. ເນື່ອງໃນ​ໂອ​ກາດ​ວັນ​ຄົບ​ຮອບ 20 ປີ​ທີ່ຮົງກົງກັບຄືນສູ່ປະເທດຊາດ, ຂ້າພະເຈົ້າໄດ້ເດີນທາງໄປຮົງກົງ, ໄດ້ເຫັນ
ຮົງກົງມີຄວາມຈະເລີນຮຸ່ງເຮືອງ ແລະສະຖຽນລະພາບເປັນເວລາຍາວນານໂດຍມີປະເທດຊາດເປັນຜູ້ຊ່ວຍຊູຍູ້ຫນູນ, ເຊື່ອວ່າ
ອະນາຄົດຂອງຮົງກົງຈະດີງາມກວ່າເກົ່າ. ພວກເຮົາຍັງ ໄດ້ຈັດພິທີລະນຶກເຫດ​ການສົງຄາມປະຊາຊົນທົ່ວທັງຊາດຈີນຕໍ່ຕ້ານຟາ
ຊິດຍີ່ປຸ່ນເກີດຂຶ້ນຄົບຮອບ 80 ປີ ແລະພິທີໄວ້ອາໄລແຫ່ງຊາດເພື່ອລະນຶກເຖິງຜູ້ເສຍຊີວິດຈາກເຫດການສັງຫານໝູ່ນານກິ່ງ,
ເພື່ອຈື່ຈຳ ແລະ​ຖອດ​ຖອນ​ບົດ​ຮຽນປະຫວັດສາດ, ​ພ້ອມ​ຂໍອະທິຖານ​ໃຫ້ສັນຕິພາບ​ຈົ່ງ​ຄົງ​ຢູ່​ຕໍ່​ໄປ​ຢ່າງ​ຍືນ​ຍາວ.

ພວກເຮົາໄດ້ຈັດກິດຈະກຳການຕ່າງປະເທດຫຼາຍຝ່າຍຫຼາຍເທື່ອຢູ່ພາຍໃນປະເທດ ຈີນ ເຊິ່ງລວມທັງກອງປະຊຸມສຸດຍອດເວທີປຶກ
ສາຫາລືການຮ່ວມມືສາກົນ "ໜຶ່ງແລວທາງ ໜຶ່ງເສັ້ນທາງ"ຄັ້ງ​ທຳ​ອິດ, ກອງປະຊຸມຜູ້ນຳປະເທດບຣິກສ (BRICS) ທີ່ເມືອງເຊ້ຍ
ເໝີນ,ກອງປະຊຸມສົນທະນາລະດັບສູງລະຫວ່າງພັກກອມມູນິດຈີນ ແລະພັກການເມືອງໃນໂລກ. ຂ້າພະເຈົ້າກໍໄດ້ໄປເຂົ້າຮ່ວມກອງ
ປະຊຸມຫຼາຍຝ່າຍທີ່ສຳຄັນໃນໂລກ. ຕົ້ນປີນີ້, ຂ້າພະເຈົ້າໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງເວທີປຶກສາຫາລືເສດຖະກິດໂລກດາໂວສ,
ໄດ້ກ່າວປາຖະກະຖາຢູ່ສຳນັກງານໃຫຍ່ຂອງອົງການສະຫະປະຊາຊາດທີ່ເຊີແນວ, ຫຼັງຈາກນັ້ນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ
ກຸ່ມ G20 ກອງປະຊຸມບໍ່ເປັນທາງການຂອງ ຜູ້ນຳອົງ ການເອເປັກ ແລະກອງປະຊຸມອື່ນໆ ເຊິ່ງຢູ່ສະຖານທີ່ທີ່ຕ່າງກັນ, ຂ້າພະ
ເຈົ້າໄດ້ ແລກປ່ຽນຄຳເຫັນກັບຝ່າຍຕ່າງໆຢ່າງເລິກເຊິ່ງ, ບັນດາຝ່າຍລ້ວນແຕ່ເຫັນດີຮ່ວມກັນຊຸກ ຍູ້ການສ້າງປະຊາຄົມຮ່ວມຊາ
ຕາກຳມວນມະນຸດ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາ ຊົນປະເທດຕ່າງໆໃນໂລກ.

ປີ 2017 ຂ້າພະເຈົ້າໄດ້ຮັບຈົດໝາຍຈຳນວນຫຼາຍຈາກປະຊາຊົນ, ໃນນັ້ນ ມີຈົດ​ໝາຍ​ຈາກພໍ່ແມ່ປະ​ຊາ​ຊົນ​ຢູ່ຕາແສງອີ້ມ້າຍເມືອງ
ຫຼົງຈືຂອງເຂດຊີຈ້າງ (ຕີເບດ), ​ຈາກສະມາຊິກຄະ​ນະ​ສິນ​ລະ​ປາ​ກອນ​​ອູ​ລັນ​ມູຊີເມືອງ​ກູ​ຊູ​ນີ​ໂຢຂອງເຂດປົກຄອງຕົນເອງມົງໂກໃນ,​ ຈາກ
ສາສະດາຈານອາວຸໂສຂອງມະຫາວິທະຍາໄລຄົມມະນາຄົມເມືອງຊີອານ, ແລະຈາກນັກ ສຶກສາມະຫາວິທະຍາໄລໜານຄາຍທີ່ຫາ
ກໍເຂົ້າຮ່ວມກອງທັບ ເຊິ່ງເລື່ອງລາວຂອງ ເຂົາເຈົ້າ ເຮັດໃຫ້ຂ້າພະເຈົ້າປະທັບໃຈທີ່ສຸດ, ມວນ​ໝູ່ປະຊາຊົນ​ຈຳ​ນວນ​ມະ​ຫາສານໄດ້
ຍຶດຖື​ຄວາມຮັກຊາດ ແລະການປະກອບສ່ວນ​ເຫື່ອ​ແຮງ​ສະ​ຕິ​ປັນ​ຍາໃນໜ້າທີ່ວຽກງານ​ຂອງ​ຊາດໂດຍບໍ່​ມີ​ຄວາມ​ສົງ​ໄສ​ແລະ​ຄອນ
​ແຄນ ເຮັດໃຫ້ຂ້າພະເຈົ້າໄດ້ເຫັນເຖິງ ນ້ຳ​ໃຈ​ອັນຍິ່ງໃຫຍ່ຂອງປະຊາຊົນສາມັນ ທັງໄດ້​ຮັບຮູ້ວ່າຄວາມຜາສຸກແມ່ນໄດ້ມາໂດຍຜ່ານ
ການບາກບັ່ນສູ້ຊົນ.

ບັນດາສະຫາຍ, ເພື່ອນມິດ, ທ່ານຍິງ ແລະທ່ານຊາຍ:

ປີ 2018 ແມ່ນປີທຳອິດແຫ່ງການຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມ ໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ເຊິ່ງ
ກອງປະຊຸມຄັ້ງນີ້ໄດ້ວາງແຜນວາດອັນດີງາມໃຫ້ແກ່ການພັດທະນາປະເທດຂອງພວກເຮົາໃນ 30 ກວ່າປີຕໍ່ໜ້ານີ້. ຕຶກສູງ
ຕ້ອງສ້າງຂຶ້ນບົນ​ຮາກຖານອັນ​ແຂງ​ແກ່ນ​ໝັ້ນ​ຄົງ. ຢາກຈະເຮັດໃຫ້ແຜນວາດນີ້ກາຍເປັນຈິງ ກໍ່ບໍ່ຄວນ​ເອົາແຕ່ຄິດຊື່ໆ, ຕ້ອງ
ກ້າວໄປໜ້າຢ່າງໜັກແໜ້ນ ແລະເຮັດແທ້ທຳຈິງຕະຫຼອດໄປ.

ປີ 2018 ແມ່ນປີ​ແຫ່ງການຄົບຮອບ 40 ປີ​ຂອງການດຳເນີນການປະຕິຮູບ ແລະໄຂປະຕູສູ່ພາຍນອກຂອງຈີນ. ການປະ
ຕິຮູບ ແລະໄຂປະຕູສູ່ພາຍນອກແມ່ນເສັ້ນທາງທີ່ຕ້ອງເດີນຕາມໃນການຊຸກຍູ້ໃຫ້ຈີນພັດທະນາກ້າວໄປໜ້າໃນສະໄໝປັດຈຸບັນ,
ແມ່ນເສັ້ນທາງທີ່ຕ້ອງເດີນຕາມ​ເພື່ອບັນລຸຄວາມຝັນຂອງຈີນ. ພວກເຮົາຈະຖືການສະເຫຼີມສະ​ຫຼອງການປະຕິຮູບແລະໄຂປະ
ຕູສູ່ພາຍນອກຄົບຮອບ 40 ປີເປັນໂອກາດ, ຄິດຫາທຸກວິທີເພື່ອ ແກ້ໄຂບັນຫາຕ່າງໆທີ່ຈະປະສົບພົບພໍ້ ເພື່ອດຳເນີນການ
ປະຕິຮູບໄປ​ຊົ່ວ​ກາ​ລະ​ນານ.

ການ​ສູ້​ຊົນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ປະ​ຊາ​ຊົນໃນຊົນນະບົດຂອງຈີນ​ໃຫ້​ໄດ້​ໃນ​ປີ 2020 ແມ່ນຄຳໝັ້ນສັນຍາອັນໜັກແໜ້ນ
ຂອງພວກເຮົາ, ແຕ່ດຽວນີ້​ຫາປີ 2020 ມີ ເວລາພຽງ 3 ປີທໍ່ນັ້ນ, ທົ່ວສັງຄົມຕ້ອງມີການເຄື່ອນໄຫວແທ້ຈິງ, ປະຕິບັດນະໂຍ
ບາຍຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງລະອຽດ ແລະຖືກຕ້ອງ ແລະ​ເຖິງກອງເພື່ອຍາດເອົາໄຊຊະນະ​ອັນໃໝ່​ໃຫ້​ໄດ້
ເລື້ອຍໆ. ການບັນລຸການຫຼຸດພົ້ນອອກຈາກຄວາມທຸກ ຍາກຕາມ ແຜນການພາຍໃນເວລາ 3 ປີນີ້ ຈະເປັນຄັ້ງທຳອິດທີ່ຈະ
ຫຼຸດພົ້ນຄວາມທຸກຍາກຢ່າງ ຮອບດ້ານໃນປະຫວັດການພັດທະນາເປັນເວລາຫຼາຍພັນປີຂອງປະຊາຊາດຈີນ, ​ຂໍໃຫ້ພວກເຮົາ
ຈົ່ງຮ່ວມກັນປະຕິບັດພັນທະໜ້າທີ່ທີ່ມີຄວາມໝາຍສຳຄັນຍິ່ງຕໍ່ປະຊາຊາດຈີນ ກໍ່ຄືຕໍ່ທົ່ວມວນມະນຸດຄັ້ງນີ້​ໃຫ້​ດີ​ທີ່​ສຸດ.

ປັດຈຸບັນ ຝ່າຍຕ່າງໆມີຄວາມຄອງຄອຍ ທັງມີຄວາມວິຕົກກັງວົນຕໍ່ອະນາຄົດແຫ່ງ ສັນຕິພາບ ແລະການພັດທະນາຂອງ
ມວນມະນຸດ, ຄອງຄອຍໃຫ້ຈີນມີຫຼັກໝັ້ນ ແລະທ່າທີຢ່າງຈະແຈ້ງ. ທົ່ວໂລກເປັນຄອບຄົວດຽວກັນ. ຈີນໃນຖານະ
ເປັນປະເທດໃຫຍ່ທີ່ຮັບຜິດຊອບ ກໍ່ມີຄຳເວົ້າທີ່ຢາກບອກ​ໃຫ້​ຊາບ ນັ້ນກໍ່ຄື: ຈີນເດັດດ່ຽວປົກປັກຮັກສາອິດທິພົນ ແລະຖາ
ນະຂອງອົງການສະຫະປະຊາຊາດ, ຕັ້ງໜ້າປະຕິບັດຕາມພັນທະໜ້າທີ່ສາກົນເທົ່າທີ່​ສາ​ມາດ​ເຮັດ​ໄດ້, ປະຕິບັດຕາມຄຳໝັ້ນ
ສັນຍາໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ຕັ້ງໜ້າຊຸກຍູ້ການສ້າງສາ "ໜຶ່ງແລວທາງ ໜຶ່ງເສັ້ນ
ທາງ"ຮ່ວມກັນ, ຈະກາຍເປັນຜູ້ສ້າງສາສັນຕິພາບຂອງໂລກ, ​ເປັນຜູ້ທີ່ປະກອບສ່ວນເຂົ້າໃນສັນຕິພາບຂອງທົ່ວໂລກ ແລະ|
ຜູ້ທີ່ປົກປັກຮັກສາລະບຽບການສາກົນຂອງໂລກ. ປະຊາຊົນຈີນຍິນດີ ຮ່ວມກັບປະຊາຊົນປະເທດຕ່າງໆ, ພ້ອມກັນສ້າງອະ
ນາຄົດອັນສວຍງາມທີ່ມີຄວາມ ຮຸ່ງເຮືອງກວ່າເກົ່າ ແລະມີຄວາມສະຫງົບສຸກກວ່າເກົ່າ.

ບັນດາສະຫາຍ,ເພື່ອນມິດ, ທ່ານຍິງ ແລະທ່ານຊາຍ:

ຜົນສຳເລັດການພັດທະນາອັນຍິ່ງໃຫຍ່ຂອງພວກເຮົາແມ່ນສ້າງຂຶ້ນໂດຍປະຊາຊົນ, ສະນັ້ນຄວນໃຫ້ປະຊາຊົນເປັນຜູ້ຊົມ
ໃຊ້ຜົນງານການພັດທະນາ. ຂ້າພະເຈົ້າຮູ້ວ່າ, ສິ່ງທີ່ປະຊາຊົນໃຫ້ຄວາມສົນໃຈທີ່ສຸດນັ້ນກໍ່ຄື: ການສຶກສາ, ການປະກອບ
ອາຊີບ, ລາຍໄດ້, ການປະກັນໄພສັງຄົມ, ການປິ່ນປົວພະຍາດ, ການລ້ຽງ​ດູ​ຜູ​ຄ້​ສູງ​ໄວ, ການຢູ່ອາໄສ, ແລະສິ່ງແວດລ້ອມ
ເປັນຕົ້ນ, ປະຊາຊົນທັງຫຼາຍໄດ້ຮັບຫຼາຍສິ່ງຫຼາຍຢ່າງ ຄຽງ​ຄູ່​ກັນ​ນີ້​ກໍ​ຍັງມີສິ່ງ ທີ່ເປັນຫ່ວງ ສິ່ງລຳຄານໃຈ​ເກີດ​ຂຶ້ນ​ມາບໍ່
ໜ້ອຍ. ວຽກງານກ່ຽວກັບຊີວິດການເປັນຢູ່ຂອງ ປະຊາຊົນ ຂອງພວກເຮົາຍັງມີຫຼາຍບ່ອນບໍ່​ທັນໄດ້ດັ່ງ​ຄວາມປາຖະໜາ
ຂອງປະຊາຊົນ, ເຊິ່ງ​ເປັນ​ສິ່ງ​ຮຽກ​ຮ້ອງ​ໃຫ້ພວກ ເຮົາ​ຕ້ອງ​ຍົກສະຕິສູງຂຶ້ນໃນການປະຕິບັດພັນທະໜ້າທີ່, ສຸມ​ຄວາມ​ພະ​ຍາ
​ຍາມ​ໃນ​ການເຮັດວຽກ​ເພື່ອຄວາມສຸກໃຫ້ແກ່ປະຊາຊົນນັ້ນໃຫ້ດີຢ່າງແທ້ຈິງ. ຄະນະພັກ, ອົງການປົກຄອງແລະພະນັກງານ
ທຸກຂັ້ນຕ້ອງເອົາໃຈໃສ່ນຳຄວາມຢູ່ເຢັນເປັນສຸກຂອງປະຊາຊົນ, ຖືການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນເປັນຜົນງານທີ່
ໃຫຍ່ທີ່ສຸດ, ຄິດຕາງປະຊາຊົນ, ແກ້ໄຂບັນຫາ ຕ່າງໆໃຫ້ປະຊາຊົນ, ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມ
ສຸກສົມ​ບູນກວ່າເກົ່າ.

ຂໍຂອບໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ