ເກີດ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ຫຼາຍ​ແຫ່ງ​ຂອງ​ອີ​ຣານ
2018-01-01 15:11:35  cri 

​ວັນ​ທີ 31 ທັນ​ວາ​ແລ້ວ​ນີ້, ຂ່າວ​ສານ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ອີ​ຣັກໄດ້​ຍົກ​ເອົາ​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ປະ​ເທດ​ຕົນ​ມາ​ລາຍ​ງານ​ວ່າ: ຫຼາຍ​ມື້​ຜ່ານ​ມາ​ຢູ່ຫຼາຍ​ແຫ່ງ​ຂອງ​ອີ​ຣັກ​ໄດ້​ເກີດ​ການ​ແຫ່​ຂະ​ບວນ​ປະ​ທ້ວງ, ປະ​ຊາ​ຊົນ​ອີ​ຣານ​ຈະ​ທຳ​ລາຍ​ທຸກ​ກົນ​ອຸ​ບາຍ​ທີ່​ຄັດ​ຄ້ານ​ປະ​ເທດ​ຕົນ ແລະ​ຂະ​ແໜງ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ​ໄດ້​ໃຊ້​ມາດ​ຕະ​ການ​ກ່ຽວ​ຂ້ອງ​ເພື່ອ​ແກ້​ໄຂ​ບັນ​ຫາ​ໃນ​ປັດ​ຈຸ​ບັນ.


ສື່ມວນ​ຊົນ​ອີຣານ​ລາຍ​ງານ​ວ່າ: ໃນໄລ​ຍະ​ຜ່ານ​ມາ, ລາ​ຄາ​ສິນ​ຄ້າ​ບາງ​ຊະ​ນິດ​ຂອງ​ອີ​ຣານ​ໄດ້​ແພງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ກ່ອນ​ໜ້າ​ນີ້​ບໍ່​ດົນ, ລັດ​ຖະ​ບານ​ອີ​ຣານ​ໄດ້​ມີ​ແຜນ​ຈະ​ປັບຫຼຸດ​ສະ​ຫວັດ​ດີ​ການ​ສັງ​ຄົມ​ແລະປັບ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ ​ຈຶ່ງ​ພາ​ໃຫ້​ມວນ​ຊົນ​ເກີດ​ຄວາມ​ບໍ່​ພໍ​ໃຈ. ວັນ​ທີ 27 ທັນ​ວາ​ຜ່ານ​ມາ, ທ່ານ​ ອາ​ລີ ຮາ​ເມ​ເນ​ອີ  ຜູ້​ນຳ​ສູງ​ສຸດ​ຂອງ​ອີ​ຣານ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ພະ​ຍາ​ຍາມ ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ.

ຊຸມ​ປີ​ມໍ່ໆ​ມາ​ນີ້, ເສດ​ຖະ​ກິດ​ອີ​ຣານ​ຊຸດ​ໂຊມ​ລົງ​ຢ່າງ​ຕໍ່​ເນື່ອງ, ຕົວ​ເລກ​ທາງ​ການ​ອີ​ຣານ​ສະ​ແດງ​ໃຫ້​ເຫັນ​ວ່າ: ອັດ​ຕາ​ວ່າງ​ງານ​ຂອງ​ອີ​ຣານ​ໃນ​ປັດ​ຈຸ​ບັນ​ສູງ​ເຖິງ 12,4%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ