"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້​ນ​ທາງ"​ໄດ້​ສ້າງໂອ​ກາດ​ການ​ຄ້າໃຫ້​​ມາ​ເລ​ເຊຍ​ຢ່າງຫຼວງຫຼາຍ
2018-01-01 17:07:12  cri 
ທ່ານ​ລຽວ​ຈົງ​ໄລ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ມາ​ເລ​ເຊຍ​ທັງ​ເປັນ​ປະ​ທານ​ສະ​ຫະ​ພັນ​​ຊາວ​ມາ​ເລ​ເຊຍ​ເຊື້ອ​ສາຍ​ຈີນ​MCA ໄດ້​ຊີ້​ໃຫ້​ເຫັນ​ໃນ​ໂອ​ກາດ​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່ 2018 ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ວ່າ: ສະ​ຫະ​ພັນ​ຄົນ​ຊາວ​ມາ​ເລ​ເຊຍເຊື້ອ​ສາຍ​ຈີນໄດ້​ຕັ້ງ​ໜ້າ​ນຳ​ພາ​​ປະ​ຊາ​ຊົນມາ​ເລ​ເຊຍ​​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້​ນ​ທາງ"​ ຂອງ​ຈີນ ເຊິ່ງ​ຂໍ​ລິ​ເລີ່ມ​ດັ່ງ​ກ່າວ​ໄດ້​​ສ້າງ​ໂອ​ກາດ​ການ​ຄ້າ​ໃຫ້​ມາ​ເລ​ເຊຍ​ຢ່າງຫຼວງຫຼາຍ.

ທ່ານ​ລຽວ​ຈົງ​ໄລ​ເຫັນ​ວ່າ: ປີ 2017 ຜ່ານ​ມາ, ເສດ​ຖະ​ກິດ​ມາ​ເລ​ເຊຍ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ. ​​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງເສດ​ຖະ​ກິດ​​ແຕ່ໄຕ​ມາດ​ທີ 1 ຫາ​ໄຕ​ມາດ​ທີ 3 ຂອງ​ປີ 2017 ໄດ້​ສ້າງ​ສະ​ຖິ​ຕິ​​ໃໝ່ຫຼາຍ​ເທື່ອ ເຊິ່ງ​ເຮັດ​ໃຫ້​ມາ​ເລ​ເຊຍ​ກາຍ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ​ໄວ​ທີ່​ສຸດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ທ່ານ​ລຽ​ວ​ຈົງ​ໄລ​​ກ່າວ​ໂດຍ​ເຊື່ອ​ໝັ້ນ​ວ່າ ປີ 2018 ນີ້​ຈະ​ມີ​ໂອ​ກາດ​ການ​ຄ້າ​ແລະ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ມະ​ຫາ​ສານ ໂດຍ​ສະ​ເພາະ​ແມ່ນ​ລັດ​ຖະ​ບານ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ແຜນ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ເປັນ​ຜົນ​ດີ​ຕໍ່​ປະ​ຊາ​ຊົນ​ນັ້ນ​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ຈະ​ເລີນ​ເຕີບ​ໂຕ​​ຂຶ້ນຕື່ມ​ອີກ.

ທ່ານ​ລຽວ​ຈົງ​ໄລ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ: ຂະ​ນະ​ດຽວ​ກັນ, ສ​ະ​ຫະ​ພັນ​​ຊາວ​ມາ​ເລ​ເຊຍ​ເຊື້ອ​ສາຍ​ຈີນ ຈະ​ຕັ້ງ​ໜ້າ​ນຳ​ພາ​ປະ​ຊາ​ຊົນ​ມາ​ເລ​ເຊຍ​​ເຂົ້າ​ຮ່ວມໃນ​ຂໍ​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້​ນ​ທາງ"​ ຂອງ​ຈີນ ແລະ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ມາ​ເລ​ເຊຍ​ກັບ​ຈີນ. ທ່ານ​ເຫັນ​ວ່າ: ຜົນ​ສຳ​ເລັດ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້​ນ​ທາງ"​ ​ໄດ້​​ສ້າງ​ໂອ​ກາດ​ການ​ຄ້າ​​ໃຫ້​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ມາ​ເລ​ເຊຍ ແລະ​ສ​ະ​ຫະ​ພັນ​​ຊາວ​ມາ​ເລ​ເຊຍເຊື້ອ​ສາຍ​ຈີນຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ຜູ້​ປູ​ທາງ​ແລະ​ສ້າງ​ເວ​ທີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​​ດັ່ງ​ທີ່​ໄດ້​ປະ​ຕິ​ບັດ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ