ຈີນ​ຄາດ​ວ່າ ຈັງ​ຫວະ​​ການ​ເຕີ​ບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີ 2018 ຈະ​ບັນ​ລຸ 6,7%
2018-01-02 16:52:07  cri 
ຫວ່າງ​ມໍ່ໆ​ມາ​ນີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດເສດ​ຖະ​ກິດ​ການ​ເງິນ​ຂອງ​ສະ​ຖາ​ບັນວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ວິ​ເຄາະ​ກ່ຽວ​ກັບ ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໂດຍ​ຄາດ​ຄະ​ເນ​ວ່າ: ປີ 2018, ລວມຍອດ​​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ຈີນ​ຈະຢູ່​ລະ​ຫວ່າງ 6,7%. ບົດ​ລາຍ​ງານ​ຍັງ​ໄດ້​ສະ​ເໜີ​ໃຫ້​ສືບ​ຕໍ່​ລົງ​ເລິກ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ດ້ານ​ການ​​ສະ​ໜອງ​ແລະ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ເປັນ​ແບບ​ຍືນ​ຍົງພາຍ​ໃຕ້​ສະ​ພາບ​ທີ່ຮັບ​ປະ​ກັນ​ຄວາມ​ຕ້ອງ​ການ​ພາຍ​ໃນ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນ​ຖານ. ບົດ​ລາຍ​ງານ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ເສດ​ຖະ​ກິດ​ການ​ເງິນ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ເຫັນ​ວ່າ: ໃນ​ໄຕ​ມາດ​ທີ 4 ຂອງ​ປີ 2017, ສະ​ພາບເສດ​ຖະ​ກິດ​ຈີນ​ໄດ້​ສືບ​ຕໍ່​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ໄປ​ທາງ​ທີ່​ດີ​ຢ່າງ​ໝັ້ນ​ທ່ຽງ, ການ​ຜະ​ລິດ​ດ້ານ​ອຸດ​ສາ​ຫະ​ກຳ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນ​ຖານ, ການ​ລົງ​ທຶນ​ຊັບ​ສິນ​ຄົງ​ທີ່,​​ດ້ານພື້ນ​ຖານ​ໂຄ​ງ​ລ່າງ,​ດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບ ແລະ​ການ​ລົງ​ທຶນພາກ​ເອ​ກະ​ຊົນໄດ້​ຊ້າ​ລົງ​ເມື່ອ​ທຽບ​ໃສ່​ໄຕ​ມາດ​ທີ 3 ຜ່ານ​ມາ.

ນັກ​ວິ​ເຄາະ​ເຫັນ​ວ່າ: ໃນ​ຕໍ່​ໜ້າ, ຈີນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າ​ແລະ​ມີ​ປະ​ສິດ​ທິ​ຜົນ ແລະ ນະ​ໂຍ​ບາຍ​ເງິນ​ຕາ​ທີ່ໝັ້ນ​ທ່ຽງ​ໃນ​ລັກ​ສະ​ນະ​ເປັນ​ກາງ​ຕື່ມ​ອີກ, ປະ​ດິດ​ສ້າງ​ວິ​ທີ​ແລະ​ຮູບ​ການ​ໃໝ່ຂອງ​ການ​ຄວບ​ຄຸມ​ມະ​ຫາ​ພາກ. ເສດ​ຖະ​ກິດ​ຈີນ​ກໍ່​ຈະ​ສືບ​ຕໍ່​ພັດ​ທະ​ນາໄປ​ໃ​ນ​ທາງ​ທີ່​ດີ​ຢ່າງ​ໜັກ​ແໜ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ