6 ປະ​ເທດ​ກາຍ​ເປັນ​ສະມາ​ຊິ​ກບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ
2018-01-02 14:24:15  cri 
ວັນ​ທີ 1 ມັງກອນ​ນີ້, ປະ​ເທດ​ກູ​ເວດ, ກົດ​ດີ​ວົວ, ກີ​ເນ​ອີ​ຄົວ​ເຕີຣຽວ, ​ເປຣູ, ​ໂປ​ໂລ​ຍ ​ແລະ​​ໂຮ​ນລັງກ​າຍ​ເປັນ​ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາ​ມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ຢ່າງ​ເປັນ​ທາງ​ການ.

5 ປະ​ເທດ​ນອກຈາກ​ປະ​ເທດ​ໂຮນລັງ​ຈະ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ເວລາ 2 ປີ​ເຖິງ​ວັນ​ທີ 31 ທັນວາ​ປີ 2019. ຕາມ​ສັນຍາ​ທີ່ຕົກລົງ​ກັນ​ໃນ​ການ​ເລືອກ​ຕັ້ງສະມັດຊາ​ໃຫຍ່​ອົງການ​ສປຊປີ 2016 ທີ່​ປະ​ເທດ​ອີ​ຕາ​ລີ​ຮ່ວມ​ດຳລົງ​ຕຳ​ແໜ່​ງ​ໃນ​ປີ 2017-2018 ກັບປະ​ເທດ​ໂຮນລັງ, ສະ​ນັ້ນ ​​ໄລຍະ​​ການ​ດຳລົງ​ຕຳ​ແໜ່​ງຂອງ​ໂຮ​ນລັງຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 31 ທັນວາ​ປີ 2018 ນີ້.

ສະພາ​ຄວາມ​ໝັ້ນຄົງ​ລວມມີສະມາຊິກ 15 ປະ​ເທດ, ​ໃນ​ນັ້ນ, ປະ​ເທດ​ຈີນ, ຝຣັ່ງ, ​ຣັດ​ເຊຍ, ອັງ​ກິດ ​ແລະ​ອາ​ເມ​ລິ​ກາ​ເປັນ​ສະມາຊິກຖາວອນ ​ແລະ 10 ປະ​ເທດ​ອື່ນໆ​ເປັນ​ສະມາ​ຊິກ​ບໍ່​ຖາວອນ ​ເຊິ່ງແປ່​ງປັນ​ຕາມ​ເຂດ​ແຄວ້ນ ​ແລະດຳ​ລົງຕຳ​ແໜ່​ງ​ເປັນ​ໄລຍະ 2 ປີ, ​ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ໃນ​​ແຕ່ລະ​ປີ​ຈະ​ປ່ຽນ​ສະມາຊິກ 5 ປະ​ເທດ​ຄືນ​ໃໝ່​, ບໍ່​ສາມາດ​ຮັບເລືອກ ​ແລະ​ດຳລົງ​ຕຳ​ແໜ່​ງຢ່າງ​ລຽນຕິດ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ