ສື່​ມວນ​ຊົນ​ສາ​ກົນ​ລາຍ​ງານ​ຄຳ​​ອວຍ​ພອນ​ປີ​ໃໝ່​ຂອງ​ທ່ານ ສີ​ຈິ້ນ​ຜິງ
2018-01-02 16:07:35  cri 
    ສື່ມວນ​ຊົນ​ຫຼາຍ​ສຳ​ນັກຂອງ​ປະ​ເທດ​ຕ່າງໆ ໄດ້​ລາຍ​ງານ​ຄຳ​ອວຍ​ພອນ​ປີ​ໃໝ່ 2018 ຂອງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ທີ່​ກ່າວ​ກ່ອນ​ປີ​ໃໝ່​ມາ​ເຖິງ.

    ຂ່າວ​ສານ​ອາ​ແອ​ຟ​ເປ​ຂອງ​ຝ​ຣັ່ງ ໄດ້​ລາຍ​ງານ​ຄຳ​ອວຍ​ພອນ​ປີ​ໃໝ່ຕອນ​ທີ່​ເນັ້ນ​ເຖິງ​ບັນ​ຫາຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຊາວ​ຊົນ​ນະ​ບົດ, ຂະ​ນະ​ທີ່ຂ່າວຍັງ​ເນັ້ນ​ວ່າ, ໃນ​ເວ​ລາ​ກ່າວຄຳ​ອວຍ​ພອນ​ປີ​ໃໝ່, ທ່ານ ສີ​ຈິ້ນ​ຜິງ ໄດ້​ກ່າວ​ເຖິງ​ການ​​ທີ່​ຈີນເຄົາ​ລົບ​ອິດ​ທິ​ພົນ​ແລະ​ຖາ​ນະ​ຂອງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ຢ່າງ​ເດັດ​ດ່ຽວ ແລະ​ຈະ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

    ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ ລາຍ​ງານ​ວ່າ, ໃນ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່​, ທ່ານ ສີ​ຈິ້ນ​ຜິງ ໄດ້​ຍົກ​ໃຫ້​ເຫັນຫຼາຍ​ຂໍ້​ມູນ​ທີ່​ສຳ​ຄັນ ລວມ​ທັງ​ການ​ເຮັດ​ໃຫ້​ຊາວ​ຊົນ​ນະ​ບົດ​ຜູ້​ທຸກ​ຍາກຫຼຸດ​ພົ້ນ​ອອກ​ຈາກຄວາມ​ທຸກ​ຍາກ​ 10 ລ້ານກວ່າ​ຄົນ, ບັນ​ລຸ​ການ​ຍົກ​ຍ້າຍ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ 3,4 ລ້ານ​ຄົນ​ໄປ​ບ່ອນ​ອື່ນ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ​ອື່ນໆ. ຂະ​ນະ​ດຽວ​ກັນ, ເວັບ​ໄຊ​ຂອງ​ໜັງ​ສື​ພິມ​ດັ່ງ​ກ່າວ ຍັງ​ໄດ້​ລາຍ​ງານ​ເຖິງ​ຫ້ອງ​ການ​ຂອງ​ທ່ານ ສີ​ຈິ້ນ​ຜິງ ໃນ​ການ​ກ່າວ​ອວຍ​ພອນ​ປີ​ໃໝ່.

    ສື່ມວນ​ຊົນ​ອິນ​ເດຍ ເຊັ່ນ​ໜັງ​ສື​ພິມ​ອິນ​ເດຍ​ແທັມ​ສ໌ ເປັນ​ຕົ້ນ ກໍ​ໄດ້​ລາຍ​ງານ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່​ຂອງ​ທ່ານ ສີ​ຈິ້ນ​ຜິງ ໂດຍ​ໄດ້​ລາຍ​ງານ​ຂໍ້​ມູນ​ຂ່າວ​ສານ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ໃນ​ປີ 2018, ການຫຼຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ຜູ້​ທຸກ​ຍາກ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ແລະ​ຫົວ​ຂໍ້​ອື່ນໆ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ