ຕອນຮຸ່ງເຊົ້າວັນທີ 1 ມັງກອນປີ 2018, ເຖິງວ່າລົມໜາວພັດວູ່ໆກໍຕາມ, ແຕ່ຢູ່ສະຖານທີ່ຈັດກິດຈະກຳວັດທະນະສະຫຼອງປີໃໝ່ສາກົນຢູ່ນະຄອນເຈີ້ງໂຈ່ວແຂວງເຮີນານ ສປ ຈີນ ຊ້ຳພັດຄຶກຄື້ນຟົດຟື້ນທີ່ສຸດ. ສະເພາະຢູ່ເຂດວາງສະແດງມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸ, ຜູ້ສືບທອດ 80 ລາຍການມໍລະດົກທີ່ບໍ່ແມ່ນວັດຖຸລະດັບຊາດ, ແຂວງ ແລະເມືອງ ໄດ້ສະແດງມົນສະເໜ່ຂອງສີມືຫັດຖະກຳພາກກາງຂອງຈີນ ເຊິ່ງໄດ້ດຶງດູດປະຊາຊົນຢ່າງຫຼວງຫຼາຍພາກັນມາສຳຜັດກັບບັນຍາກາດຂອງງານຢ່າງມ່ວນຊື່ນ.