ພິທີເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງລະຫວ່າງ ສປປ ລາວ ແລະ ສປ ຈີນ
2018-01-03 16:20:36  cri 

ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 1 ກໍຄືຖະແຫລງການ
ຊັນຍາຂອງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ, ກະຊວງການຕ່າງປະເທດລາວຮ່ວມກັບສະຖານທູດຈີນປະຈຳລາວໄດ້
ຈັດຳພິທີເຊັນ ສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ກະຊວງການຕ່າງປະເທດລາວນະຄອນຫລວງ
ວຽງຈັນໃນຕອນບ່າຍຂອງວັນທີ 2 ມັງກອນນີ້. ໃຫ້ກຽດລົງນາມໃນສັນຍ າດັ່ງກ່າວໂດຍທ່ານນາງຄຳເພົາ ເອີນທະວັນ ຮອງລັດ
ຖະມົນຕີກະຊວງການຕ່າງປະເທດລາວ ຕາງໜ້າໃຫ້ລັດຖະບານລາວ ແລະ ທ່ານຫວາງເວີນທຽນ ເອກອັກຄະລັດຖະທູດຈີນປະ
ຈຳລາວ ຕາງໜ້າລັດຖະບານຈີນເປັນຜູ້ລົງນາມ, ໂດຍມີບັນດາຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະກະຊວງ\ຂະແໜງ
ການທີ່ໄດ້ຮັບອະນຸມັດໂຄງການແລະພາກສ່ວນກ່ຽວຂ້ອງຂອງຈີນ ເຂົ້າຮ່ວມເປັນສັກຂີພິຍານ.

ຈຸດປະສົງຂອງການເຊັນສັນຍາຮ່ວມມືໂຄງການຄັ້ງນີ້ແມ່ນເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໂຄງການກອງທຶນພິເສດແມ່
ນ້ຳຂອງ-ແມ່ນ້ຳລ້ານຊ້າງຈຳນວນທັງໝົດ13 ໂຄງການລວມມູນຄ່າ 3,494,400 ໂດລາສະຫະລັດ.


ໂອກາດນີ້, ທ່ານນາງຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ສະແດງຄວາມຂອບໃຈລັດຖະບານ
ຈີນທີ່ຍິນດີສະໜັບສະໜູນການພັດທະນາຂອງລາວ, ເຊື່ອໝັ້ນວ່າໂຄງການດັ່ງກ່າວຈະປະກອບສ່ວນຢ່າງຕັ້ງໜ້າໃນການສົ່ງເສີມການ
ພັດທະນາເສດຖະກິດ-ສັງຄົມຂອງລາວ ທັງເປັນການຮັດແໜ້ນການພົວພັນຮ່ວມມືລະຫວ່າງລາວ-ຈີນ ກໍຄືບັນດາ ປະເທດແມ່ນ້ຳ
ຂອງ-ແມ່ນ້ຳລ້ານຊ້າງອີກດ້ວຍ.

ທ່ານ ຫວາງເວີນທຽນ ເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ສະແດງຄວາມຊົມເຊີຍ ແລະຂອບໃຈເປັນຢ່າງສູງທີ່ລາວໄດ້ປະ
ກອບສ່ວນອັນສຳຄັນເຂົ້າໃນການພັດທະນາກົນໄກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ທ່ານ ຫວາງເວີນທຽນ ກ່າວວ່າ, ຈີນຍິນດີຮ່ວມ
ກັບລາວ ຈັດຕັ້ງປະຕິບັດໂຄງການຮ່ວມມືດັ່ງກ່າວເພື່ອຮ່ວມກັນສ້າງແບບຢ່າງການຮ່ວມມືລະຫວ່າງບັນດາປະເທດແມ່ນ້ຳຂອງ-
ແມ່ນ້ຳລ້ານຊ້າງ.  ເຊື່ອໝັ້ນວ່າໂຄງການດັ່ງກ່າວຈະນຳເອົາຜົນປະໂຫຍດໃຫ້ແກ່ປະຊາຊົນລາວຫລາຍກວ່າເກົ່າ ກໍຄື
ຊຸກຍູ້ການພົວພັນລະຫວ່າງຈີນ-ລາວໃຫ້ຂະຫຍາຍຕົວກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ