ຄົນ​ຕ່າງ​ປະ​ເທດ​ຢູ່​ເຂດ​ໃໝ່​ນະ​ຄອນ​ຊາງ​ຊຸ່ນ​ໄດ້​ຮັບ​ບັດ​ປະ​ຈຳ​ຕົວ​ຖາ​ວອນ​ຂອງ​ຈີນ
2018-01-03 16:19:11  cri 
    ພິ​ທີ​ມອບ​ບັດ​ປະ​ຈຳ​ຕົວ​ຖາ​ວອນ​ໃຫ້​ຄົນ​ຕ່າງ​ປະ​ເທດ​ເພື່ອ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃໝ່​ດ້ານ​ການ​ເຂົ້າ​ອອກ​ເມືອງ ແລະ ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເຂດ​ໃໝ່​ນະ​ຄອນ​ຊາງ​ຊຸ່ນ ໄດ້​ຈັດ​ຂຶ້ນ​ຢູ່​ຫ້ອງ​ບໍ​ລິ​ການ​ຄົນ​ຕ່າງ​ປະ​ເທດ​ເຂດ​ໃໝ່​ຊາງ​ຊຸ່ນ​ອົງ​ການ​ຄຸ້ມ​ຄອງ​ຄົນ​ເຂົ້າ​ອອກ​ເມືອງ​ນະ​ຄອນ​ຊາງ​ຊຸ່ນ​ແຂວງ​ຈີ​ລິນ ສ​ປ ຈີນ​ໃນ​ວັນ​ທີ 2 ມັງ​ກອນນີ້, ຊັບ​ພະ​ຍາກອນ​ມະ​ນຸດ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ນະ​ໂຍ​ບາຍ​ໃໝ່ ແລະ​ປະ​ກອບ​ທຸ​ລະ​ກິດ​ຢູ່​ເຂດ​ໃໝ່​ຊາງ​ຊຸ່ນ​ກຸ່ມ​ທຳ​ອິດ ໄດ້​ຮັບ​ບັດ​ປະ​ຈຳ​ຕົວ​ຖາ​ວອນ​ແລະ​ໃບ​ຢັ້ງ​ຢືນ​ການ​ພັກ​​ອາ​ໃສ​ຢູ່​​ຈີນ​ເປັນເວ​ລາ​ຍາວ​ນານ.

    ຂ່າວ​ແຈ້ງວ່າ, ນັບ​ແຕ່​ແຂວງ​ຈີ​ລິນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 12 ທັນ​ວາ​ປີ​ຜ່ານ​ມາ​ເປັນ​ຕົ້ນ​ມາ, ທົ່ວ​ສັງ​ຄົມ​ໄດ້​ມີ​ຄົນ​ໄປ​ສອບ​ຖາມ 160 ກວ່າ​ເທື່ອ ແລະ​ມີ​ຄົນ​ຕ່າງ​ປະ​ເທດ 8 ຄົນ​ໄດ້​ຜ່ານ​ການກວດ​ກາ ໂດຍ​ຕ່າງ​ກໍ​ໄດ້​ຮັບ​ບັດ​ປະ​ຈຳ​ຕົວ​ຖາ​ວອນ ແລະ ໃບ​ຢັ້ງ​ຢືນ​ການ​ພັກ​ອາ​ໃສ​ຢູ່ຈີນ​ເປັນ​ເວ​ລາ​ຍາວ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ