ການ​ຊຳລະ​ເງິນ​ໂດຍ​ບໍ່​ຕ້ອງ​ໃຊ້​ເງິນສົດ​ຂອງ​ສິງກະ​ໂປ​ກ້າ​ວສູ່​ໄລຍະ​ໃໝ່
2018-01-04 15:47:49  cri 

ທະນາຄານຢູ​ໄນ​ເຕັດ ​ໂອ​ເວີ​ຊິ​ສ ສິງກະ​ໂປ ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປັດຈຸບັນ, ສິງກະ​ໂປ ​ໄດ້​ກາຍ​ເປັນ​ຕະຫຼາດທີ່​ຊຳລະ​ເງິນ​ໂດຍ​ບໍ່​ຕ້ອງ​ໃຊ້​ເງິນສົດທີ່​ກ້າວໜ້າ​ກວ່າ​ໝູ່​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ໃນ​ປີ 2017 ທີ່​ຫາ​ກໍ່​ຜ່ານ​ໄປ, ມູນ​ຄ່າ​ການ​ຄ້າ​ທີ່​ຊຳລະ​ເງິນ​​ທາງອອນ​ລາຍ​ແລະ​ເຄື່ອນ​ທີ່​ບັນລຸ​ເຖິງ 30 ຕື້​ໂດ​ລາ​ສະຫະລັດ ​ໃນ​ນີ້​ ມູນ​ຄ່າ​ການ​ຄ້າ​ທີ່​ຊຳລະ​ເງິນ​ແບບ​ເຄື່ອນ​ທີ່ບັນລຸ​ເຖິງ 35 ລ້ານ 3 ​ແສນ 3 ໝື່ນ​ໂດ​ລາ​ສະຫະລັດ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ອັດຕາ​ການ​ໃຊ້​ຮູບ​ແບບ​ການ​ຊຳລະ​ເງິນ​ແບບ​ເຄື່ອນ​ທີ່​ຂອງ​ສິງກະ​ໂປ ​ໄດ້​ເພີ່ມ​ຈາກ 26% ຂອງ​ປີ 2016 ຂຶ້ນ​ເປັນ 40% ຂອງ​ປີ 2017. ຂະນະ​ທີ່​ສະມາດ​ໂຟນກວມ​​ເຖິງ 85% ​ໃນ​ສິງກະ​ໂປ​ແລະ​ໄດ້​ສ້າງພື້ນຖານ​​ການ​ພັດທະນາການ​ຊຳລະ​ເງິນ​​ແບບ​ເຄື່ອນ​ທີ່; ນອກ​ນີ້, ຜູ້​​ຊື້​ເຄື່ອງ​ຜ່ານ​ທາງ​ອອນ​ລາຍ​ຂອງ​ປະ​ເທດ​ດັ່ງກ່າວ ​ໄດ້​ກວມ​​ເອົາປະຊາກອນ 60% ​ເຊິ່ງກໍ​ເປັນການ​ຊຸກຍູ້​ຄວາມ​ຕ້ອງການ​ຕໍ່​ກະ​ເປົ໋າ​ເງິນ​ດີ​ຈີ​ຕອນ​ໃຫ້​ເພີ່ມ​ຂຶ້ນອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ