ທ່ານ​ຫຼີ​ເຄີ້​ສຽງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່​ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2 ແລະ​ຢ້ຽມ​ຢາມ​ກຳ​ປູ​ເຈ​ຍ​ຢ່າງ​ເປັນ​ທາງ​ການ
2018-01-04 16:03:31  cri 
ທ່ານ​ເກີງ​ສວງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 4 ມັງ​ກອນ​ນີ້​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ຮ່ວມ​ຂອງ​ການ​ຮ່ວມມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ ປະ​ເທດ​ກຳ​ປູ​ເຈຍ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 11 ມັງ​ກອ​ນ​ນີ້​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2, ແລະ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ.

ທ່ານ​ຫຼີ​ເຄີ້​ສຽງ​ແລະ​ທ່ານ​ຮຸນ​ແຊນ​ຈະ​ເປັນ​ປະ​ທານ​ຮ່ວມ​ຈັດ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ແລະ​ຮ່ວມ​ກັບ​ຜູ້​ນຳ​ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ​ແລະ​ຫວຽດ​ນາມ, ທົບ​ທວນ​ຄືນ​ຜົນ​ງານ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ສະ​ຫຼຸບ​ບົດ​ຮຽນ​ການ​ຮ່ວມ​ມື, ແລະ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ແລະ​ອື່ນໆ.

ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ຫຼີ​ເຄີ້​ສຽງ​ ຈະ​ພົບ​ປະ​ກັບ​ສົມ​ເດັດໂບ​ໂຮ​ດົມ​ຊີ​ຮາ​ໂມ​ນີ, ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ, ແລະ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຮຸນ​ແຊນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ