ລັດ​ຖະ​ບານຟີ​ລິບ​ປີນ​ອອກ​ຄຳ​ສັ່ງ: ເຈົ້າ​ໜ້າ​ທີ່​ອອກ​ເມືອງເພື່ອ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ອງ​ລົງ​ທະ​ບຽນ​ ​ປ້ອງ​ກັນ​ບໍ່​ໃຫ້​ຟຸມ​ເຟືອຍ
2018-01-04 16:09:37  cri 
ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ອອກ​ຄຳ​ສັ່ງ​ສະ​ບັບ​ໜຶ່ງ​ໃນ​ວັນ​ທີ 3 ມັງ​ກອ​ນ​ນີ້, ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທັງ​ໝົດ​ຕ້ອງ​ລົງ​ທະ​ບຽນ​ໃນ​ເວ​ລາ​ອອກ​ເມືອງ​ເພື່ອ​ໄປ​ປະ​ຕິ​ບັດ​ໜ້າ​ທີ່, ຫ້າມບໍ່​ໃຫ້​ຫຼິ້ນ​ກິນ​ຟຸມ​ເຟືອຍ.

ຕາມ​ການ​ຊີ້​ນຳຂ​ອງ​ຄຳ​ສັ່ງ​ອອກ​ເມືອງ​ສະ​ບັບ​ໃໝ່, ເຈົ້າ​ໜ້າ​ທີ່​ແລະ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ຕ້ອງ​ຖືກ​ກັບ​ມາດ​ຕະ​ຖານ​ສາມ​ຂໍ້​ຈຶ່​ງ​ສາ​ມາດ​ອອກ​ເມືອງ​ດ້ວຍ​ທຶນ​ລັດ​ຖະ​ບານ​ຄື: ເປົ້າ​ໝາຍ​ການ​ອອກ​ເມືອງ​ຕ້ອງ​ກ່ຽວ​ພັນ​ເຖິງວຽກ​ງານ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຈົ້າ​ໜ້​າ​ທີ່​ຫຼື​ພະ​ນັກ​ງານ​ຢ່າງ​ສົມ​ບູນ; ຄ່າ​ໃຊ້​ຈ່າຍ​ບໍ່​ຄວນ​ຫຼາຍ​ເກີນ​ໄປ, ຜົນ​ການ​ຄາດ​ໝາຍ​ຂອງ​ການ​ອອກ​ເມືອງ​ຄັ້ງ​ນີ້​ຄວນ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ຄຳ​ສັ່ງ​ດັ່ງ​ກ່າວ​ຍັງ​ຮຽກ​ຮ້ອງວ່າ, ເຈົ້າ​ໜ້າ​ທີ່​ຫຼື​ພະ​ນັກ​ງານ​ໃດໆ​ທີ່​ອອກ​ເມືອງ​ດ້ວຍ​ທຶນ​ລັດ​ຖະ​ບານ​ບໍ່​ຄວນ​ອອກ​ຈາກ​ໝູ່​ຄະ​ນະ​ດ້ວຍ​ຕົນ​ເອງ, ນອກ​ຈາກ​ມີ​ການ​ອະ​ນຸ​ມັດ​ຂອງ​ຂັ້ນ​ເທິງ​, ຫຼື​ວ່າ​ສາ​ມາດ​ຮັບ​ປະ​ກັນວ່າ​ໄດ້​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​​ແລ້ວແລະ​ບໍ່​ກະ​ທົບ​ເຖິງວຽກ​ງານ​ສ່ວນ​ລວມ​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ