ຕາມຂ່າວCRI: ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນຈະເດີນທາງເຂົ້າຮ່ວມກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 2 ຢູ່ນະຄອນຫຼວງພະນົມເປັນໃນວັນທີ 10 ມັງກອນນີ້ແລະຢ້ຽມຢາມກຳປູເຈຍຢ່າງເປັນທາງການ.
ໃນການຖະແຫຼງຂ່າວຕໍ່ສື່ມວນຊົນຈີນແລະຕ່າງປະເທດທີ່ກະຊວງການຕ່າງປະເທດຈີນຈັດຂຶ້ນໃນວັນທີ 4 ມັງກອນນີ້, ທ່ານ ໂຂງຊວນເຢ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ: ຫົວຂໍ້ຂອງກອງປະຊຸມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງນີ້ແມ່ນ "ແມ່ນ້ຳແຫ່ງສັນຕິພາບແລະການພັດທະນາແບບຍືນຍົງຂອງພວກເຮົາ". ກອງປະຊຸມຈະເປີດເຜີຍສັນຍາຮ່ວມມືສອງສະບັບຄື: "ແຜນການດຳເນີນງານ 5 ປີການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ", "ຖະແຫຼງການພະນົມເປັນຂອງກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 2", ແລະຈະເປີດເຜີຍບັນຊີລາຍຊື່ໂຄງການການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງງວດທີ 2 ແລະ ບົດລາຍງານໜ່ວຍງານປະສົມຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນ 6 ຂົງເຂດບູລິມະສິດ. ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຍຶດຖືທັດສະນະຄະຕິແບບກວມລວມແລະເປີດປະຕູ,ຍິນດີຊ່ວຍໜູນແລະຊຸກຍູ້ກັນກັບກົນໄກອະນຸພາກພື້ນອື່ນໆຢູ່ໃນພາກພື້ນ,ຮ່ວມກັນຊຸກຍູ້ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງອະນຸພາກພື້ນ.
ການຢ້ຽມຢາມກຳປູເຈຍຢ່າງເປັນທາງການຂອງທ່ານ ຫຼີເຄີ້ສຽງ ໃນຄັ້ງນີ້ແມ່ນວາລະປະຊຸມສອງຝ່າຍທີ່ສຳຄັນ. ຍ້ອນວ່າປີນີ້ແມ່ນປີທີ່ຈີນແລະກຳປູເຈຍສ້າງສາຍພົວພັນທາງການທູດຄົບຮອບ 60 ປີ. ທ່ານ ໂຂງຊວນເຢ້ວ ກ່າວວ່າ: ປັດຈຸບັນ, ສາຍພົວພັນລະຫວ່າງສອງປະເທດພວມຢູ່ໃນໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານແລະໝັ້ນທ່ຽງ, ການຢ້ຽມຢາມຂອງທ່ານ ຫຼີເຄີ້ສຽງ ໃນຄັ້ງນີ້ຈະມີຄວາມໝາຍເປັນພິເສດຕໍ່ການປັບປຸງການພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອໃຫ້ດີຂຶ້ນທັງເປັນການຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດອີກດ້ວຍ.