ຜູ້​ນຳ​ຈີນ​ຈະ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ໃນ​ປີ​ໃໝ່ 2018
2018-01-05 11:22:15  cri 
ຕາມ​ຂ່າວCRI: ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເດີນ​ທາງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2 ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນໃນ​ວັນ​ທີ 10 ມັງ​ກອນ​ນີ້​ແລະ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ກາ​ນ.

ໃນ​ການ​ຖະ​ແຫຼງ​ຂ່າວຕໍ່​ສື່ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມັງ​ກອນ​ນີ້, ທ່ານ ໂຂງຊວນ​ເຢ້ວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຫົວ​ຂໍ້ຂອງກອງ​ປະ​ຊຸມ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ນີ້​ແມ່ນ "ແມ່​ນ້ຳ​ແຫ່ງ​ສັນ​ຕິ​ພາບ​ແລະ​ກາ​ນ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພວກ​ເຮົາ". ກອງ​ປະ​ຊຸມ​ຈະ​ເປີດ​ເຜີຍ​ສັນ​ຍາ​ຮ່ວມ​ມື​ສອງ​ສະ​ບັບ​ຄື: "ແຜນ​ກາ​ນ​ດຳ​ເນີນ​ງານ 5 ປີ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ", "ຖະ​ແຫຼງ​ການ​ພະ​ນົມ​ເປັນ​ຂອງກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2", ແລະ​ຈະ​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​ໂຄງ​ການການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງງວດ​ທີ 2 ແລະ ບົດ​ລາຍ​ງານ​ໜ່ວຍ​ງານ​ປະ​ສົມ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໃນ 6 ຂົງ​ເຂດ​ບູ​ລິ​ມະ​ສິດ. ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ຍຶດ​ຖື​ທັດ​ສະ​ນະ​ຄະ​ຕິແບບກວມ​ລວມ​ແລະ​ເປີດ​ປະ​ຕູ,ຍິນ​ດີຊ່ວຍ​ໜູນ​ແລະ​ຊຸກ​ຍູ້​ກັນ​ກັບ​ກົນ​ໄກ​ອະ​ນຸ​ພາກ​ພື້ນ​ອື່ນໆ​ຢູ່​ໃນ​ພາກ​ພື້ນ,ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອະ​ນຸ​ພາກ​ພື້ນ.

ການ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ຫຼີ​ເຄີ້​ສຽງ ໃນ​ຄັ້ງ​ນີ້​ແມ່ນ​ວາ​ລະ​ປະ​ຊຸມ​ສອງ​ຝ່າຍ​ທີ່​ສຳ​ຄັນ. ຍ້ອນ​ວ່າປີ​ນີ້ແມ່​ນ​ປີ​ທີ່​ຈີນ​ແລະ​ກຳ​ປູ​ເຈຍ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ. ທ່ານ ໂຂງ​ຊວນ​ເຢ້ວ ກ່າວ​ວ່າ: ປັດ​ຈຸ​ບັນ​, ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ຢູ່​ໃນ​ໄລ​ຍະ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່​ຢ່າງ​ຮອບ​ດ້ານ​ແລະ​ໝັ້ນ​ທ່ຽງ, ການ​ຢ້ຽມ​ຢາມ​ຂອງ​ທ່ານ ຫຼີ​ເຄີ້​ສຽງ ໃນ​ຄັ້ງ​ນີ້​ຈະ​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ​ຕໍ່​ການ​ປັບ​ປຸງ​ການ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ໃຫ້​ດີ​ຂຶ້ນທັງ​ເປັນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ