ເຜີຍ​ແຜ່​ບົດ​ລາຍ​ງາ​ນ​ສຳ​ຫຼວດ​ພາບ​ລັກ​ປະ​ເທດ​ຈີນ​​ຢູ່​ໃນ​ທົ່ວ​ໂລກ​ຢູ່​ປັກ​ກິ່ງ
2018-01-05 16:24:22  cri 
ວັນ​ທີ 5 ມັງ​ກອນ​ນີ້ ຢູ່​ທີ່​ປັກ​ກິ່ງ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈີນ​ແລະ​ໂລກປັດ​ຈຸ​ບັນ​ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານ​ສຳ​ຫຼວດ​ພາບ​ລັກ​ປະ​ເທດ​ຈີນ​ຢູ່​ໃນ​ທົ່ວ​ໂລກປີ 2016-2017" ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ພາບ​ລັກ​ໂດຍ​ລວມ​ຂອງ​ປະ​ເທດ​ຈີນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເປັນ​ກ້າວໆ​ຢ່າງ​ໝັ້ນ​ທ່ຽງ, ອິດ​ທິ​ພົນ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ສາ​ກົນ​ໄດ້​ຢູ່​ໃນ​ອັນ​ດັບ​ທີ 2 ຂອງ​ໂລກ, ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ເປັນ​ຢ່າງ​ດີ.

ການ​ສຳ​ຫຼວດ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ຢູ່ 22 ປະ​ເທດ​​ຂອງໂລກ, ຈຳ​ນວນແບບ​ຢ່າງ​ການ​ສຳ​ຫຼວດ​ລວມ​ມີ​ 11.000 ສະ​ບັບ.ເພື່ອ​ຮັບ​ປະ​ກັນ​ການ​ເກັບ​ແບບ​ຢ່າງ​ຂອງ​ທຸກ​ປະ​ເທດ​ໃຫ້​ມີ​ລັກ​ສະ​ນະ​ໂດຍ​ທົ່ວ​ໄປ, ຜູ້​ໃຫ້​ສຳ​ພາດ​ສ່ວນ​ຫຼາຍ​ແມ່ນ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ທີ່​​ມີ​ອາ​ຍຸຢູ່​ຫວ່າງ 18-65 ປີ, ຊາຍ​ແລະ​ຍິງ​ຕ່າງກວມ​ເຄິ່ງ​ໜຶ່ງ.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ໃຫ້​ສຳ​ພາດ​ຕ່າງ​ປະ​ເທດ​ຫຼາຍກວ່າ 60% ໄດ້​ເຫັນ​ດີ​ຕໍ່​ຈີນ​ທີ່​ໄດ້​ເຄື່ອນ​ໄຫວ​​ພາຍ​ໃຕ້​ກົນ​ໄກ​ຮ່ວມ​ມື​ຂອງ​ປະ​ເທດບ​ຣິກ​ສ໌​ເລື້ອຍໆ ພ້ອມ​ທັງ​ຄອງ​ຄອຍ​ຈີນ​ເສີມ​ຂະ​ຫຍາ​ຍ​ບົດ​ບາ​ດ​ທີ່​ຕັ້ງ​ໜ້າກວ່າ​ເກົ່າ​. ນອກ​ນີ້, ລະ​ດັບ​ຄວາມ​ຮັບ​ຮູ້​ຕໍ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ຢູ່​ຕ່າງ​ປະ​ເທດ​ກໍ່​ໄດ້​ຮັບ​ການ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ