GDP ຂອງ​ກຳ​ປູ​ເຈຍ​ໄດ້​ເຕີບ​ໂຕ 6,9% ໃນ​ປີ 2017
2018-01-05 16:52:03  cri 
ທະ​ນາ​ຄານ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ເຊິ່ງ​ເປັນ​ທະ​ນາ​ຄານ​ກາງ​ເປີດ​ເຜີຍ​ຕົວ​ເລກ​ໃນ​ວັນ​ທີ 4 ມັງກອນ​ນີ້​ວ່າ, ເສດ​ຖະ​ກິດ​ກຳ​ປູ​ເຈຍ​ໄດ້​ເຕີບ​ໂຕ 6,9% ໃນ​ປີ 2017, ສືບ​ຕໍ່​ຮັກ​ສາ​ທ່າ​ອ່ຽງ​ພັດ​ທະ​ນາ​ທີ່ແຂງແຮງ.

​ສະ​ຖິ​ຕິ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2016 ເສດ​ຖະ​ກິດ​ຂອງ​ກຳ​ປູ​ເຈຍ​ໄດ້​ເຕີບ​ໂຕ 6,95%. ເດືອນ​ມິ​ຖຸ​ນາ​ປີ 2016, ທະ​ນາ​ຄານ​ໂລກ​ປະ​ກາດ​ວ່າ, ເລີ່ມ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ປີ 2016, ກຳ​ປູ​ເຈຍ​ໄດ້ຫຼຸ​ດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ໃນ​ໂລກ​ຢ່າງ​ເປັນ​ທາງ​ການ, ແລະກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​​ລະ​ດັບກາງ​ອ່າວ​ຕ່ຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ