ມຽນມາ​ສະ​ເຫຼີ​ມສະຫຼອງ​ວັນ​ເປັນ​ເອກະລາດ​ຄົບຮອບ 70 ປີ
2018-01-05 16:12:06  cri 
ວັນ​ທີ 4 ມັງກອນ​ນີ້, ລັດຖະບານ​ມຽນມາ​ຈັດ​ງານ​ຊຸມນຸມ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ ​ແລະ​ນະຄອນຢາງ​ກຸ້ງ ​ເພື່ອ​ສະ​ເຫຼີມສະຫຼອງ​ວັນ​ເປັນ​ເອກະ​ລາດ​ຄົບຮອບ 70 ປີ.

ທ່ານ​ທິນຈໍ ປະທານາທິບໍ​ດີ​ມຽນມາ​​ໄດ້​ສົ່ງ​ສາ​ນຊົມ​ເຊີຍ​ໂດຍຊີ້​​ໃຫ້​ເຫັນ​ວ່າ: ​ເຖິງ​ແມ່ນ​ວ່າ​ມຽນມາ​ໄດ້​ປະກາດ​ເອກະລາດ, ​ແຕ່​​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ​ໄດ້​​ເກີດການປະ​ທະ​ກັນ​ພາຍ​ໃນ​ເລື້ອຍໆ, ​ແລະ​ໄດ້ສ້າງ​ຜົນ​ກະທົບ​ຕໍ່ການ​ພັດທະນາ​ຂອງ​ປະ​ເທດ​ຕົນ. ທ່ານ​ຮຽກຮ້ອງ​ໃຫ້​ປະຊາຊົນ​ບັນດາ​ເຜົ່າພະຍາຍາມ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ປະ​ເທດ, ສ້າງລັດຖະທຳ​ມະ​ນູນ​ທີ່​ເໝາ​ະສົມ, ບັນລຸສັນ​ຕິພາບ​ຖາວອນ​ໂດຍຜ່ານ​ການ​ເຈ​ລະ​ຈາ​ທາງ​ການ​ເມືອງ, ​ສະໜັບສະໜູນ​ເສດຖະກິດ​ເອກ​ະຊົນ ​ແລະ​ຊຸກຍູ້​ກາ​ນພັດທະນາ​ເສດຖະກິດ-ສັງຄົມ.

​ມຽນມາ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ການ​ປົກຄອງ​ແບບລ່າ​ເມືອງ​ຂຶ້ນ​ຂອງ​ອັງກິດ​ ແລະ​ປະກາດ​ເປັນ​ເອກະລາດໃນ​ວັນ​ທີ 4 ​ມັງກອນ​ປີ 1948.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ