ປະ​ທານ​ສະ​ພາ​ຂອງ​ບັນ​ດາ​ປະ​ເທດ​ເອີ​ລົບ​ເໜືອ​ແລະ​ປະ​ເທດ​ອ້ອມ​ທະ​ເລ​ບັນ​ຕິກ​ຈະ​ຮ່ວມ​ກັນ​ຢ້ຽມ​ຢາມ​ຈີນ​ເປັນ​ຄັ້ງ​ທຳ​ອິດ
2018-01-06 13:30:36  cri 
ຕາ​ມ​ຂ່າວ CRI: ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ມັງ​ກອນນີ້, ທ່ານ​ເກິງ​ຊວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຈ່າງ​ເຕີ​ຈຽງ ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ປະ​ທານ​ສະ​ພາ​ຂອງ​ບັນ​ດາ​ປະ​ເທດ​ເອີ​ລົ​ຮ​ເໜືອ​ແລະ​ປະ​ເທດ​ອ້ອມ​ທະ​ເລ​ບັນ​ຕິກ​ຈະ​ຮ່ວມ​ກັນ​ຢ້ຽມ​ຢາມ​ຈີນ​ແຕ່​ວັນ​ທີ 7-13 ມັງ​ກອນນີ້.

ຕາມ​ແນະ​ນຳ​ວ່າ, ສະ​ມາ​ຊິກ​ຄະ​ນະ​ຢ້ຽມ​ຢາມ​ດັ່ງ​ກ່າວ​ລວມ​ທັງ​ປະ​ທານ​ສະ​ພາ​ຂອງ​ແຟນ​ລັງ, ນອກ​ເວ, ອິ​ສ​ລັງ, ເອ​ສ​ໂຕ​ນີ, ລັດ​ເວຍ, ລີ​ຕົວ​ນີ ແລະ​ຮອງ​ປະ​ທານ​ສະ​ພາ​ຜູ້​ທຳ​ອິດ​ຂອງ​ຊູ​ແອດ. ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ຈ່າງ​ເຕີ​ຈ່ຽງ ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ບັນ​ດາ​ທ່ານ​ປະ​ທານ​ສະ​ພາ​ ແລະ​ທັງ​ສອງ​ຝ່າຍ​ກຳ​ລັງ​ມີ​ການ​ປຶກ​ສາ​ກັນ​ກ່ຽວ​ກັບ​ການ​ຈັດ​ກິດ​ຈະ​ກຳ​ອື່ນໆ.

ທ່ານ​ເກິງ​ຊວງ​ກ່າວ​ວ່າ, ນີ້​ແມ່ນ​ປະ​ທານ​ສະ​ພາ​ບັນ​ດາ​ປະ​ເດ​ທ​ເອີ​ລົບ​ເໜືອ​ແລະ​ປະ​ເທດ​ບັນ​ຕິກ​ຮ່ວມ​ກັນ​ຢ້ຽມ​ຢ​າມ​ຈີນ​ເປັນ​ຄັ້​ງ​ທຳ​ອິດ, ຫວັງ​ວ່າ​ຜ່ານ​ຈາກ​ການ​ຢ້ຽມ​ຢາມ​ຄັ່ງ​ນີ້​ຈະ​ລົງ​ເລິກ​ການ​ພົວ​ພັນ​ສອງ​ຝ່າຍ ແລະ​ການ​ແລກ​ປ່ຽນ​ດ້ານ​ອົງ​ການ​ນິ​ຕິ​ບັນ​ຍາດ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ດັ່ງ​ກ່າວ, ແລະ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ເອີ​ຣົບ​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ