ລັດ​ຖະ​ບານ​ຊີ​ຣີ​ເບີກ​ງົບ​ປະ​ມານຫຼາຍກວ່າ 100 ລ້ານ​ໂດ​ລາ​ເພື່ອ​ສ້າງ​ສາ​ເມືອງອາ​ເລັບ​ໂປ​ຄືນ​ໃໝ່
2018-01-07 16:55:05  cri 
ວັນ​ທີ 6 ມັງ​ກອນ​ນີ້, ຂ່າວ​ສານ​ຊີ​ຣີ​ແຈ້ງ​ຂ່າວ​ວ່າ, ລັດ​ຖະ​ບານ​ຊີ​ຣີ​ໄດ້​ປະ​ກາດ​ວ່າ​ຈະ​ໃຊ້​ງົບ​ປະ​ມານ ປະ​ມານ116ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ສະ​ໜັ​ບ​ສະ​ໜູນ​ການ​ສ້າງ​ສາ​ເມືອງ​ອາ​ເລັບ​ໂປທາງພາກ​ເໜືອ​ຂອງ​ຊີ​ຣີ​ຄືນ​ໃໝ່.

ຂ່າວ​ສານ​ຊີ​ຣີ​ໄດ້​ນຳເອົາ​ຄວາມ​ເວົ້າ​ຂອງ​ທ່ານ​ອີ​ມັດ ຮາ​ມິ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ​ຣີ ​ມາ​ລາຍ​ງານ​ວ່າ, ງົບ​ປະ​ມານ​​ດັ່ງ​ກ່າວ​ຈະນອນ​ຢູ່​ໃນ​ງົບ​ປະ​ມານ​ປະ​ຈຳ​ປີ​ຂອງ​ລັດ​ຖະ​ບານ, ເພື່ອ​ໃຊ້​ໃນ​ການ​ສ້າງ​ສາ​ໂຮງ​ຮຽນ ໂຮງ​ໝໍ ແລະ​ ​ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ​ທີ່​ຖືກ​ທຳ​ລາຍ. ນອກ​ນີ້, ງົບ​ປະ​ມານ​ຈຳ​ນວນ​ໜຶ່ງ​ຈະ​ໃຊ້​ເຂົ້າ​ໃນໂຄງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ​ໂຄງ​ການ​ພັດ​ທະ​ນາ​ອື່ນໆ.

ມື້​ດຽວ​ກັນ, ທ່ານ​ຮາ​ມິ​ສ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ໄປກວດ​ກາວຽກ​ງານ​ສ້າງ​ສາ​ຄືນ​ໃໝ່​​ຢູ່ເມືອງ​ອາ​ເລັບ​ໂປ, ແລະ​ກ່າວ​ວ່າ, ວຽກ​​ງານສ້າງ​ສາ​ຄືນ​ໃໝ່​ໄດ້​ກ້າວເຂົ້າ​ສູ່​ໄລ​ຍະ​ໃໝ່, ລັດ​ຖະ​ບານ​ຊີ​ຣີ​ກຽມ​ຈ​ະ​ເລັ່ງ​ລັດ​ເສີມ​ສ້າງ​ຄວາມ​ສາ​ມາດ​ການ​ຜະ​ລິດ​ຂອງ​ເມືອງ​ອາ​ເລັບ​ໂປ, ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ ​ການ​ຄ້າ​ຂອງ​ອາ​ເລັບ​ໂປ.

ເມືອງ​ອາ​ເລັບ​ໂປ​ເຄີຍ​ເປັນ​ເມືອງ​ໃຫຍ່​ອັນ​ດັບ​ໜຶ່ງ ແລະ​ໃຈ​ກາງ​ເສດ​ຖະ​ກິດ​ຂອງ​ຊີ​ຣີ. ໃນ​ໄລ​ຍະເກີດ​ເສິກ​ກາງ​ເມືອງ, ກອງ​ທັບ​ລັດ​ຖະ​ບານ ແລະ​ກອງ​ປະ​ກອບ​ອາ​ວຸດ​ຕ້ານ​ລັດ​ຖະ​ບານ​ຊີ​ຣີ​ຕ່າງ​ໄດ້​ຍຶດ​ຄອງ​ເຂດ​ຕ່າງໆ​ຂອງ​ອາ​ເລັບ​ໂປ, ສົງ​ຄາມ​ໄດ້​ທຳ​ລາຍ​ເມືອງ​​ດັ່ງ​ກ່າວ​ຢ່າງ​ຮ້າຍ​ແຮງ. ​ພາຍຫຼັງ​ສົງ​ຄາມ​ທີ່​ຍືດ​ຍາວ​ເປັນ​ເວ​ລາ​ດົນ​ນານ, ໃນ​ທີ່​ສຸດ, ກອງ​ທັບ​ລັດ​ຖະ​ບານ​ຊີ​ຣີ​ປະ​ກາດ​ວ່າ​ໄດ້​ຍຶດ​ຄອງ​ເມືອງ​ອາ​ເລັບ​ໂປ​ຢ່າງ​ເຕັມ​ທີ​ໃນ​ວັນ​ທີ 22 ທັນ​ວາ ປີ2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ