ປະທານາທິບໍດີອາເມລິກາກ່າວວ່າ ຍິນດີຈັດການສົນທະນາທີ່ມີເງື່ອນໄຂຈຳກັດກັບຜູ້ນຳສູງສຸດສປປເກົາຫຼີ
2018-01-07 14:21:30  cri 

ວັນທີ 6 ມັງກອນນີ້, ທ່ານໂດນັນ ທຣຳ ປະທານາທິບໍດີອາເມລິກາກ່າວວ່າ, ຍິນດີຈັດການສົນທະນາທີ່ມີເງື່ອນໄຂຈຳກັດກັບທ່ານກິມຈົງອຸນ ຜູ້ນຳສູງສຸດ ສປປ ເກົາຫຼີ ແລະ ຫວັງວ່າການເຈລະຈາລະຫວ່າງ ສ ເກົາຫຼີ ແລະ ສປປເກົາຫຼີທີ່ຈະດຳເນີນໃນວັນທີ 9 ມັງກອນນີ້ຈະມີເນື້ອໃນຫຼາຍກວ່າຂອບເຂດງານກິລາໂອລິມປິກ.

ທ່ານທຣຳໃຫ້ສຳພາດຕໍ່ສື່ມວນຊົນຢູ່ຄ້າຍເດວິດຂອງລັດມາຣີແລນໃນມື້ດຽວກັນວ່າ, ຕົນເອງຈະມີທ່າທີເປີດເຜີຍຕໍ່ການສົນທະນາຜ່ານທາງໂທລະສັບກັບທ່ານກິມຈົງອຸນ, ແຕ່ບໍ່ໝາຍວ່າບໍ່ມີເງື່ອນໄຂຈຳກັດ, ອາເມລິກາມີຫຼັກໝັ້ນທີ່ເດັດດ່ຽວຕໍ່ ສປປ ເກົາຫຼີ.

ເມື່ອເວົ້າເຖິງການເຈລະຈາລະຫວ່າງ ສ ເກົາຫຼີ ກັບ ສປປ ເກົາຫຼີ ທີ່ຈະຈັດຂຶ້ນໃນວັນທີ 9 ມັງກອນນີ້, ທ່ານທຣຳກ່າວວ່າ, ຈະສະໜັບສະໜູນການເຈລະຈາຄັ້ງນີ້ຮ້ອຍສ່ວນຮ້ອຍ, ແລະຫວັງວ່າເນື້ອໃນການເຈລະຈາຈະລື່ນກາຍ " ຂອບເຂດງານກິລາໂອລິມປິກ ".

ກະຊວງໂຮມປະເທດຊາດເປັນເອກະພາບ ສ ເກົາຫຼີຢືນຢັນໃນວັນທີ 5 ມັງກອນນີ້ວ່າ, ສປປ ເກົາຫຼີໄດ້ເຫັນດີຈັດການພົບປະເຈລະຈາຂັ້ນສູງກັບ ສ ເກົາຫຼີຢູ່ "ເຮືອນສັນຕິພາບ" ທີ່ເຂດປັນມູນຈອມເບື້ອງ ສ ເກົາຫຼີ ໃນວັນທີ 9 ມັງກອນນີ້ ໂດຍຈະປຶກສາຫາລືບັນຫາປັບປຸງສາຍພົວພັນລະຫວ່າງສອງຝ່າຍໃຫ້ດີຂຶ້ນ ເຊິ່ງລວມທັງບັນຫາທີ່ ສ ເກົາຫຼີຈະເຂົ້າຮ່ວມງານກິລາໂອລິມປິກລະດູໜາວພຽງຊາງ ແລະ ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ