ລາວ ເຮັດ​ໃຫ້​ແມ່​ນ້ຳ​ມານ​ດາ​ນຳ​ພາກ້າວ​ສູ່​ອະ​ນາ​ຄົດ​ໃໝ່
2018-01-08 15:55:32  cri 

ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຍາວ​ທັງ​ໝົດປະ​ມານ 4.900 ກິ​ໂລ​ແມັດ, ໃນ​ນີ້, ແມ່​ນ້ຳ​ຂອງ​ທີ່​ໄຫຼ​ຜ່ານ​ດິນ​ແດນ​ປະ​ເທດ​ລາວ​ມີ​ຄວາມ​ຍາວ​ເຖິງ 1.987,7 ກິ​ໂລ​ແມັດ.​ໃນ​ປະ​ຫວັດ​ສາດ​ດົນ​ນານ​ມາ​ນີ້, ແມ່​ນ້ຳ​ຂອງ​ເປັນ​ແຫຼ່ງ​ກຳ​ເນີດ​ແລະ​ບົ່ມ​ສ້າງວັດ​ທະ​ນະ​ທຳ​​ລາວທີ່​ມີ​ມູນ​ເຊື້ອຫຼາກຫຼາຍ​ສີ​ສັນ​ ເຊິ່ງ​ໄດ້​ຮັບ​ສົມ​ຍາ​ນາມ​ວ່າ​ເປັນ​ແມ່​ນ້ຳ​ມານ​ດາ​ຂອງ​ປະ​ຊາ​ຊົນ​ລາວ.

ເດືອນ​ພະ​ຈິກ​ປີ 2014, ຜູ້​ນຳ​ຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແລະນັບ​ຕັ້ງ​ແຕ່​ເປີດ​ຂະ​ບວນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເປັນ​ຕົ້ນ​ມາ, ແມ່​ນ້ຳ​ຂອງ​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ອີກ​ຢ່າງ​ໜຶ່ງ​ຕໍ່​ປະ​ເທດ​ລາວ.

ໃນ​ດ້ານ​ການ​ເຊື່ອມ​ຈອດ​ກັນ, ຢູ່​ລາວ, ບໍ​ລິ​ສັດ​ຈີນ​ໄດ້​ເຂົ້າ​ຮ່ວມ​ໂຄງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​​ໃນ​ດ້ານ​ພະ​ລັງ​ງານ,ຄົມ​ມະ​ນາ​ຄົມ​ແລະ​ການ​ສຶ່​ສານເປັນ​ຈຳ​ນວນຫຼວງຫຼາຍເປັນ​ຕົ້ນ ທາງ​ລົດ​ໄຟ​ຈີນ-ລາວ, ໂຄງ​ການ​ເຂື່ອນ​ໄຟ​ຟ້ານ້ຳ​ອູ​ແລະ​ໂຄງ​ການ ​ອື່ນໆ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​ໃຫ້​ດີ​ຂຶ້ນ. ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂ້າມ​ຊາດ, ລາວ​ແລະ​ຈີນ​ໄດ້​ຮ່ວມ​ມື​ສ້າງ​ຕັ້ງ​ເຂດ​ພັດ​ທະ​ນາ​ກວມ​ລວມ​ໄຊ​ເສດ​ຖາ​ນະ​ຄອນຫຼວງວຽງ​ຈັນ, ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ບໍ່​ຫານ-ບໍ່​ເຕັນ​ຈີນ-ລາວ​ແລະ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ຊາດ​ອື່ນໆ.

ໃນ​ຂົງ​ເຂດ​ກະ​ສິ​ກຳ​ແລະ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ເຂດ​ໂຕ​ແບບ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ​ທັນ​ສະ​ໄໝ​ລາວ-ຈີນ​ກາຍ​ເປັນ​ຈຸດ​ສຸມ​ກໍ່​ສ້າງ​ເຂດ​ໂຕ​ແບບ​ການ​ຮ່ວມ​ມື​ກະ​ສິ​ກຳ​ຢູ່​ຕ່າງປະ​ເທດ​ງວດ​ທຳ​ອິດ​ຂອງ​ຈີນ. ສອງ​ປະ​ເທດ​ໄດ້​ເຊັນ​ສັນ​ຍາ​ປະ​ຕິ​ບັດ​ໂຄງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ​ປະ​ຕິ​ບັດ​ໂຄງ​ການ​ໂຕ​ແບບຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ຈີນ​ເຫັນ​ດີ​ໃນ​ການ​ສະ​ໜອງ​ທຶນ​​ອຸດ​ໜູນ 33 ລ້ານຢວນ​ເພື່ອ​ສະ​ໜັບ​ສະ​ໜູນ​ລາວ​ປະ​ຕິ​ບັດ​ວຽກ​ງານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ປະ​ຕິ​ບັດ​ກົດ​ໝາຍ ແລະ ຄວາມ​ໝັ້ນ​ຄົງ, ລາວ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ປະ​ຕິ​ບັດ​ກົດ​ໝາຍ​ຢູ່​ລຳ​ແມ່​ນ້ຳ​ຂອງ ແລະ ຮ່ວມ​ກັນ​ລິ​ເລີ່ມ​ສ້າງ​ສູນ​ຮ່ວມ​ມື​ດ້ານ​ປະ​ຕິ​ບັດ​ກົດ​ໝາຍ ແລະ ຄວາມ​ໝັ້ນ​ຄົງ​ຮ່ວມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

ຫວ່າງ​ມໍ່ໆ​ມາ​ນີ້, ຈີນ​ ແລະ ລາວ​ຍັງ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ໂຄງ​ການ​ຝ່າຍ​ລາວ​ໃນ​ກອງ​ທຶນ​ສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢູ່​ນະ​ຄອນຫຼວງວຽງ​ຈັນ ເຊິ່ງກວມ​ 13 ໂຄງ​ການ​ໃນຫຼາຍ​ຂົງ​ເຂດ ເຊັ່ນ: ການ​​ຕິດ​ຕາມວັດ​ແທ​ກ​ອຸ​ທົກ​ກະ​ສາດ, ການ​ຜະ​ລິດ​ດ້ານ​ອຸດ​ສາ​ຫະ​ກຳ, ໂທ​ລະ​ຄົມ​ຂໍ້​ມູນ​ຂ່າວ​ສານ, ການ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ​ ອື່ນໆ, ສັນ​ຍາ​ເຫຼົ່າ​ນີ້​ມີ​ມູນ​ຄ່າ​ປະ​ມານ 3 ລ້ານ 5 ແສນ​ໂດ​ລາ​ສະ​ຫະ​ລັດ.

ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ​ເປັນ​ຢ່າງ​ດີ ແລະ ຍົກ​ສູງ​ລະ​ດັບ​ຊີ​ວິດ​ກາ​ນ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຢ່າງ​ເດັ່ນ​ຊັດ. ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ລາວຫຼາຍ​ທ່ານ​ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ​ໃຫ້ການ​ສະ​ໜັບ​ສະ​ໜູນ​ຕໍ່​ກົນ​ໄກ​ຮ່ວມ​ມື​ດັ່ງ​ກ່າວ.

ປີ​ນີ້, ລາວ​ຈະ​ເປັນ​ປະ​ເທດ​ປະ​ທານ​ຮ່ວມ​ໃນ​ໄລ​ຍະ​ຂໍ​ກະ​ແຈ​ທີ່​ກົນ​ໄກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຈາກ​ໄລ​ຍະ​ບຳ​ລຸງ​ກໍ່​ສ້າງ​ຂະ​ຫຍາຍ​ມາ​ເປັນ​ໄລ​ຍະ​ສົມ​ບູນ ແລະ ມີ​ໜ້າ​ທີ່​ສຳ​ຄັນຫຼາຍ. ເຊື່ອ​ວ່າ​ແມ່​ນ້ຳ​ຂອງ​ທີ່​ເປັນ​ແມ່​ນ້ຳ​ມານ​ດາ​ຂອງ​ປະ​ເທດ​ລາວ​ຈະ​ນຳ​ພາ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ