ຊາວ​ຍ້າຍ​ຖິ່ນ​ຜິດ​ກົດ​ໝາຍ​ເກືອບ 300 ຄົນ​ໄດ້​ຮັບ​​ການ​ຊ່ວຍ​ເຫຼືອ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ລີ​ບີ
2018-01-08 10:16:04  cri 
ວັນ​ທີ 7 ມັງ​ກອນ​ນີ້, ທະ​ຫານ​ເຮືອ​ລີ​ບີ​ໄດ້​​ຊ່ວຍ​ເຫຼືອຊາວ​ຍ້າຍ​​ຖິ່ນ​ຖານຜິດ​ກົດ​ໝາຍ 297 ຄົນ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ຕົກປະ​ເທດ​ຕົນ ແລະ ​ພົບ​ສົບ​ຜູ້​ເສຍ​ຊີ​ວິດ 2 ຄົນ.

ທ່ານ​ອາ​ຢົບ ກາ​ເຊມ ໂຄ​ສົກ​ກອງ​ທັບ​ເຮືອ​ລີ​ບີ​ບອກ​ນັກ​ຂ່າວ​ໃນ​ມື້​ດຽວ​ກັນ​ວ່າ, ກອງ​ລາດ​ຕ​ະ​ເວນ​ທະ​ຫານ​ເຮືອ​ໄດ້​​ພົບ​ຊາວ​ຍ້າຍ​ຖິ່ນ​ຖານ​ຜິດ​ກົດ​ໝາຍ​ດັ່ງ​ກ່າວ​ຢູ່​ເຂດ​ທະ​ເລ​ໄກ​ຈາກ​ເມືອງກາ​ຣາ​ບູ​ລີໄປ​ທາງ​ທິດ​ເໜືອປະ​ມານ 10 ກວ່າ​ກິ​ໂລ​ແມັດ ແລະ ເຂົາ​ເຈົ້າ​ພວມ​ຂີ່​ເຮືອ​ຢາງ 2 ລຳ ແລະ​ ກອງ​ລາດ​ຕະ​ເວນ​ໄດ້​​ພົບ​ສົບ​ຜູ້​ຍິງ 2 ຄົນ​ຢູ່​ໃນ​ເຮືອ​ລຳ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ