6 ປະ​ເທດທີ່​ເຊື່ອມກັນ​ໂດຍແມ່​ນ້ຳ​ສາຍ​ດຽວ​ຜູກ​ຊາ​ຕາ​ກຳໄວ້ຮ່ວມ​ກັນ, ບັນ​ລຸ​ຄວາມ​ຝັນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງຮ່ວມ​ກັນ
2018-01-09 10:07:03  cri 
ກອງປະຊຸມຜູ້ນຳການຮ່າວມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 2 ຈະຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍແຕ່ວັນທີ 10 ຫາວັນທີ 11 ມັງກອນນີ້. ໜັງສືພິມ"ປະຊາຊົນ"ແລະ ໜັງສືພິມ"ປະເທດລາວ" ຂອງລາວທີ່ພິມຈຳນ່າຍໃນວັນທີ 9 ມັງກອນນີ້ໄດ້ພິມບົດຄວາມຂອງທ່ານຫວາງເວີນທຽນ ເອກອັກຄະລັດຖະທູດຈີນປະຈຳລາວທີ່ພາດຫົວເລື່ອງວ່າ"6 ປະເທດທີ່ເຊື່ອມກັນໂດຍແມ່ນ້ຳສາຍດຽວຜູກຊາຕາກຳໄວ້ຮ່ວມກັນ, ບັນລຸຄວາມຝັນອະນຸພາກພື້ນແມ່ນ້ຳລ້ານຊ້າງ- ແມ່ນ້ຳຂອງຮ່ວມກັນ". ເນື້ອໃນຂອງບົດຄວາມມີດັ່ງຕໍ່ໄປນີ້:

ວັນ​ທີ 10 ມັງ​ກອນ​ນີ້​ປີ 2018 ນີ້, ກອງ​ປະ​ຊຸມຜູ້​ນຳ​ຄັ້ງ​ທີ 2 ຂອງ​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງ​ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ໄດ້​ເຕົ້າໂຮມ​ກັບ​ບັນ​ດາ​ຜູ້​ນຳ​ຈາກ​ລາວ, ກຳ​ປູ​ເຈຍ, ໄທ, ມຽນ​ມາ​ ແລະ​ຫວຽດ​ນາມອີກ​ຄັ້ງ​ໜຶ່ງ​ເພື່ອ​ທີ່​ຈະ​ຮ່ວມ​ກັນປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ດ້ານກ​ານ​ຮ່ວມ​ມື​ໃນ​ອະ​ນຸພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງ. ເຖິງວ່າ​ຜ່ານ​ມາ​ກົນ​ໄກ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​​ແບບ​ໃໝ່ໄດ້​ປະ​ຕິ​ບັດມາ​ຍັງ​ບໍ່​ຮອດ 2 ປີກໍ​ຕາມ, ແຕ່ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງກໍໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ແຮງຂອງ​ການ​ຮ່ວມ​ມື​ທີ່​ເປັນ​ກຸ່ມ​ໃຫຍ່​ທີ່​ມີຊີ​ວິດ​ຊີ​ວາ, ​ມີ​ຄວາມ​ຟົດ​ຟື້ນ, ​​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຈິງ​ໃຈ​ໃນ​ການ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ໝັ້ນ​ໜຽວ​ຂອງ​ແຕ່​ລະ​ຝ່າຍ​ທີ່​ຈະ​ຊ່ວຍ​ກັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ, ຈີນ, ກຳ​ປູ​ເຈຍ, ໄທ, ມຽນ​ມາ ແລະ​ຫວຽດ​ນາມ, ຈົນ​ໄດ້​ກາຍ​ເປັນ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ໃນເຂດ​ແມ່​ນ້ຳ​ຂອງ. ການ​ຮ່ວມ​ມື​ໃນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງໄດ້​ນຳ​ມາ​ເຊິ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ກັນ​​ດ້ານ​ການ​ເມືອງ​ທີ່​ນັບ​ມື້​ເລິກລົງແບບ​ບໍ່​ຢຸດ​ຢັ້ງແລະ​ບໍ່​ເຄີຍ​ມີ​ມາ​ກ່ອນ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໄດ້​ຮັບ​ການ​ບຸກ​ເບີກ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ການ​ໄປ​ມາ​ຫາ​ສູ່​ກັນ​ຂອງ​​ຄົນທັງ 6 ປະ​ເທດ​ກໍ​ເກີດ​ຂຶ້ນ​ເລື້ອຍໆ​ກວ່າ​ເກົ່າ, ທ່ວງ​ທ່າ​ການ​ຮ່ວມ​ມື​ຮອບ​ດ້ານ​ໄດ້ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ເບື້ອງ​ຕົ້ນ. ການ​ຮ່ວມ​ມື​ໃນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງ​ກຳ​ລັງ​ເຄື່ອນ​ໂຕຈາກ​ໄລ​ຍະ​ການ​ກໍ່​ຮ່າງ​ສ້າງ​ຕົວ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ, ກາຍ​ເປັນ "ແບບ​ຢ່າງ​ທີ່​ດີ​ເດັ່ນ" ຂອງ​ການ​ສ້າງ​ສາ​ປະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳ​ອາ​ຊີ.

ການ​ຮ່ວມ​ມື​ໃນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງ​ແມ່ນ​ກົນ​ໄກ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ແລະ​ປະ​ສານ​ງານ​ຢ່າງ​ຮ່ວມ​ກັນ​​ຂອງ​ສະ​ມາ​ຊິກ​ທັງ 6 ປະ​ເທດທັງ​ທີ່​ຢູ່​ຍ່ານ​ເໜືອ ​ແລະ​ຍ່ານ​ໃຕ້​ຂອງ​ແມ່​ນ້ຳ​ຂອງ, ເຊິ່ງ​ໄດ້​ສອດ​ຄ່ອງ​ກັບຄວາມ​ປາ​ຖະ​ໜາ​ຮີບ​ດ່ວນ​ໃນການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຂອງທັງ 6 ປະ​ເທດ​ແລະ​ກະ​ແສ​ຍຸກ​ສະ​ໄໝ​ຂອງ​ຂະ​ບວນ​ວິ​ວັດການ​ເຊື່ອມ​ໂຍງ​ເຂົ້າ​ກັນດ້ານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼ​ວງ. ການ​ຮ່ວມ​ມື​ໃນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງ​ຍຶດ​ຖືຈິດ​ໃຈ​ຫຼື​ຫົວ​ຂໍ້​ຫຼັກ​ທີ່​ວ່າ "ດື່ມ​ນ້ຳ​ສາຍ​ດຽວກັນ, ຜູກ​ຊາ​ຕາ​ກຳ​ໄວ້​ນຳ​ກັນ", ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ພູມສາດ​ທີ່​ມີ​ຜືນ​ດິນຕິດ​ຈອດ​ກັນ, ຜູກ​ຊາ​ຕາ​ກຳ​ໄວ້​ໃຫ້ໃກ້​ຊິດ​ກັນ ແລະ​​ຊ່ອຍ​ຊູ​ຍູ້​ໜູນ​ກັນທາງ​ດ້ານ​ເສດ​ຖະ​ກິດ​ຢ່າງ​ເຕັມ​ທີ, ຜ່ານ​ມາໄດ້​ກຳ​ນົດ "ຂອບ​ການ​ຮ່ວມ​ມື 3+5", ເຊິ່ງ​ໝາຍ​ເຖິງການ​ຖືຄວາມ​ໝັ້ນ​ຄົງດ້ານ​ການ​ເມືອງ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ສັງ​ຄົມ​ເປັນ 3 ຄ້ຳ​ເສົາ​ໃຫຍ່, ຖື​ການ​ດຳ​ເນີນ​ການຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເຊື່ອມ​ຕໍ່​ກັນ, ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ, ເສດ​ຖະ​ກິດ​ຂ້າມ​ຊາຍ​ແດນ, ຊັບ​ພະ​ຍາ​ກອນ​ນ້ຳ, ກະ​ສິ​ກຳ​ແລະ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເປັນ​ວຽກ​ບຸ​ລິ​ມະ​ສິດ. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ 6 ປະ​ເທດ​ຍ່ານ​ແມ່​ນ້ຳ​ຂອງ, ສິ່ງ​ເຫຼົ່າ​ນີ້​ໄດ້​ຄ່ອຍ​ກໍ່ຕົວ​ເປັນ​ກົນ​ໄກ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງ​ທີ່ "ມີ​ຜູ້​ນຳ​​ເປັນ​ຜູ້​ຊີ້ນຳ, ຄອບ​ຄຸມ​ທຸກ​ສ່ວນ, ທຸກ​ພ​າກ​ສ່ວນ​ເຂົ້າ​ຮ່ວມ" ; ​ສ້າງ​ຈັງ​ຫວະ​ການ​ພັດ​ທະ​ນາ​ຂອງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງໃຫ້​ "ມີ​ຄວາມ​ຄືບ​ໜ້າ​ໃນ​ທຸກ​ມື້, ມີ​ຜົນ​ສຳ​ເລັດ​ໃໝ່​ໃນ​ທຸກໆເດືອນ, ກ້າວ​ຂຶ້ນ​ສູ່​ຂັ້ນ​ໄດ​ຂັ້ນ​ໃໝ່​ໃນ​ທຸກໆ​ປີ"; ​ສ້າງ​ສາ​ວັດ​ທະ​ນະ​ທຳຂອງອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງທີ່​ມີ​ຄວາມ​ສະ​ເໝີ​ພາບ​ຕໍ່​ກັນ​ແລ​ະ​ກັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ຈິງ​ໃຈ, ມີ​ຄວາມ​ສະ​ໜິດ​ສະ​ໜົມ​ສະ​ເໝີ​ດັ່ງ​ຄອບ​ຄົວ​ດຽວ​ກັນ; ນອກ​ນີ້​ຜ່ານ​ມາຍັງ​ໄດ້​ສ້າງ​ຮູບ​ແບບການ​ຮ່ວມ​ມືອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ - ແມ່​ນ້ຳ​ຂອງ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ໃນ​ພາກປະ​ຕິ​ບັດ​ຕົວ​ຈິງ, ຖື​ໂຄງ​ການ​ເປັນ​ພື້ນ​ຖານ, ຖື​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ບຸ​ລິ​ມະ​ສິດ.

ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ແຫ່ງ​ການ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ. 6 ປະ​ເທດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ລ້ວນ​ແຕ່​ໄດ້​ຕັ້ງ​ຄະ​ນະເລ​ຂາ​ປະ​ເທດ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງຫຼື​ອົງ​ການ​ປະ​ສານ​ງານ​ຂຶ້ນ, ໜ່ວຍ​ງານ​ປະ​ສົມໃນ 6 ຂົງ​ເຂດ​ບູ​ລິ​ມະ​ສິດໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ​ເລີ່ມ​ເຮັດ​ວຽກທັງ​ໝົດ. ສູນ​ການ​ຮ່ວມ​ມື​ຊັບ​ພະ​ຍາ​ກອນ​ນ້ຳ ສູນ​ການ​ຮ່ວມ​ມື​ສິ່ງ​ແວດ​ລ້ອມ​ແມ່​ນ້ຳ​ລ້ານ​ຊ້​າງ-ແມ່​ນ້ຳ​ຂອງ​ ແລະ​ສູນ​ຄົ້ນ​ຄວ້າ​ແມ່​ນ້ຳ​ຂອງ​ຂອງ​ໂລກ​ລ້ວນ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແລະ​ເລີ່ມ​ເຮັດ​ວຽກ. ໃນ​ 45 ໂຄງ​ການສຳ​ເລັດ​ໄວທີ່​ກຳ​ນົດ​ໄວ້​ໃນ​ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ປະ​ຖົມ​ມະ​ເລີກ​ ແລະ​ຂໍ້​ລິ​ເລີ່ມ 13 ຂໍ້​ທີ່​ຝ່າຍ​ຈີນ​ສະ​ເໜີ​ອອກ​ມາ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 2 ນັ້ນ, ສ່ວນ​ຫຼາຍ​ໄດ້​ສຳ​ເລັດ​ຜົນ​ຫຼື​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງແທ້​ຈິງ, ຫຼັງຈາກນັ້ນ, ກໍ​ຍັງ​ໄດ້ຄິດ​ລິ​ເລີ່ມ​ແລະ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ອັນ​ໃໝ່​ໃນ​ທຸກ​ຂົງ​ເຂດ​ຈຳ​ນວນ 100 ກວ່າ​ໂຄງ​ການ​ທີ່​ໄດ້​ດຳ​ເນີນ​ຕາມໆ​ກັນ. ຝ່າຍ​ຕ່າງໆ​ໄດ້​ຕັ້ງ​ໜ້າຮ້ອງ​ຂໍກອງ​ທຶນ​ສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງທີ່​ສ້າງ​ຂຶ້ນໂດຍ​ຝ່າຍ​ຈີນ, ຝ່າຍ​ຈີນ​ໄດ້​ພິ​ຈາ​ລະ​​ນາ​ ແລະ​ຄັດ​ກອງ​ຢ່າງ​ຈິງ​ຈັງ​ແລ້ວ​ຕົກ​ລົງ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່ 132 ໂຄງ​ການ​ຮ່ວມ​ມື. ເງິນ​ກູ້ດອກ​ເບັ້ຍ​​ຕ່ຳ​ທີ່​ຈີນ​ບອກວ່າ​ຈະສະ​ໜອງ​ໃຫ້​ກໍໄດ້​ຮັບ​ການປະ​ຕິ​ບັດໄປ​ເກືອບ 2 ສ່ວນ 3 ແລ້ວ, ເງິນ​ກູ້​ສະ​ເພາະ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດການ​ຜະ​ລິດໄດ້​ສຳ​ເລັດ​ເກີນ​ການ​ຄາດ​ໝາຍ,ເງິນ​ກູ້ສິນ​ເຊື່ອ​ທີ່​ປ່ອຍ​ໃຫ້​ຝ່າຍ​​ຊື້​ເອົາ​ສິນ​ຄ້າ​ສົ່ງ​ອອກຂອງ​ຈີນ​ທີ່​ມີ​ຂໍ້​ສະ​ດວກ​ພິ​ເສດ​ກໍ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີຜົນ.

ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງບໍ່​ແມ່ນ​ເລື່ອງ​ທີ່​ພຽງ​ແຕ່​ເວົ້າ​ລ້າໆ, ແຕ່ແມ່ນ​ວຽກ​ທີ່​ຕ້ອງໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ແທ້​ຈິງ, ຕ້ອງ​ເຮັດ​ໃຫ້​ປະ​ຊາ​ຊົນ 6 ປະ​ເທດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ສຳ​ຜັດເຖິງ​ຜົນ​ປະ​ໂຫຍດ​​ທີ່​ເກີດ​ຈາກ​ການ​ຮ່ວມ​ມືຄັ້ງ​ນີ້​ຢ່າງ​ແທ້​ຈິງ. ກອງ​ປະ​ຊຸມ​ຜູ້​ນຳຄັ້ງ​ທີ 2 ມີ​ຫົວ​ຂໍ້ວ່າ"ສາຍ​ນ້ຳ​ແຫ່ງສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຂອງ​ພວກ​ເຮົາ", ເມື່ອ​ຮອດ​ເວ​ລານັ້ນ​ ຈະ​ອອກ​ເອ​ກະ​ສານວ່າ​ດ້ວຍ​ການ​ຮ່ວມ​ມື​ທີ່​ສຳ​ຄັນສອງ​ສະ​ບັບຄື "ແຜນ​ການ​ດຳ​ເນີນ​ງານ 5 ປີ​ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ"ແລະ"ຖະ​ແຫຼງ​ການ​ພະ​ນົມ​ເປັນ​ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທີ 2 ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ", ຈະ​ເປີດ​ເຜີຍ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ແລະ​ມາດ​ຕະ​ການ​ລະ​ອຽດ​ຈຳ​ນວນ​ໜຶ່ງ, ເພື່ອ​ເຮັດ​ໃຫ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຕິດ​ແທດ​ຕົວ​ຈິງ​ກວ່າ​ເກົ່າ​ແລະ​ກ້າວ​ສູ່​ລວງ​ເລິກ​ຕື່ມ​ອີກ, ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນທຸກ​ຊາດ​ໃນ​ເຂດ​ລ້ອງ​ແມ່​ນ້ຳ​ສາຍ​ຍາວ​ຢຽດ​ນີ້, ແລະ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ກົນ​ໄກ​ໃນ​ອະ​ນາ​ຄົດ.

ສ.ປ.ປ ລາວ​ແມ່ນ​ຜູ້​ເຂົ້າ​ຮ່ວມ​ທີ່​ສຳ​ຄັນ​ແລະ​ຜູ້​ຊຸກ​ຍູ້​ຢ່າງຕັ້ງ​ໜ້າຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ. ຝ່າຍ​ລາວ​ໄດ້ເຂົ້າ​ຮ່ວມ​ການ​ສ້າງ​ຂອບ​ກົນ​ໄກ​ການ​ຮ່ວມ​ມືດ້ວຍ​ການ​ກະ​ທຳ​ຕົວ​ຈິງ, ໄດ້​ສ້າງ​ຄະ​ນະ​ເລ​ຂາ​ແຫ່ງ​ຊາດ​ໃນ​ທັນ​ທີ​ເພື່ອ​ຮັບ​ຜິດ​ຊອບ​ວຽກ​ງານປະ​ສານ​ງານ, ເຈາະ​ຈົງ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ເຂົ້າ​ຮ່ວມ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ແລະ​ອະ​ນຸ​ລັກ​ນ້ຳ​ແລະ​ຊີ​ວະ​ພາບ​ຂອງ​ລ້ອງ​ແມ່​ນ້ຳ, ປົວ​ແປງ​ເສັ້ນ​ທາງ​ເດີນ​ທາງ​ນ້ຳ​, ຍົກ​ລະ​ດັບ​ທ່າ​ກຳ​ປັ່ນ, ແລະ​ຈັດ​ຕັ້ງຜູ້​ແທນ​ເຈົ້າ​ໜ້າ​ທີ່, ຊາວ​ໜຸ່ມ​ ແລະ​ນັກ​ຂ່າວເຂົ້າດຳ​ເນີນ​ການ​ແລກ​ປ່ຽນ​. ຝ່າຍ​ລາວ​ໄດ້​ຮ້ອງ​ຂໍ​ກອງ​ທຶນ​ສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢ່າງ​ຕັ້ງ​ໜ້າ ແລະຢູ່​ແຖວໜ້າ​ໃນ​ບັນ​ດາ​ປະ​ເທດ​ລ້ອງ​ແມ່​ນ້ຳ​ຂອງໃນ​ດ້ານ​ຈຳ​ນວນ​ໂຄງ​ການ ແລະ​ທຶນ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ. ໃນ​ເດືອນ​ມີ​ນາ​ປີ 2016, ຫຼາຍ​ປະ​ເທດຢູ່​ຍ່ານ​ໃຕ້​ແມ່​ນ້ຳ​ຂອງໄດ້​ປະ​ສົບ​ໄພ​ແຫ້ງ​ແລ້ງ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ໃນ​ຮອບ 100 ປີ​ມານີ້, ຈີນ ​ແລະ​ລາວ​ໄດ້​ປ່ອຍ​ນ້ຳ​ຈາກເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ຢ່າງ​ເປັນ​ລຳ​ດັບ ເຊິ່ງ​ໄດ້​ແກ້​ໄຂ​ບັນ​ຫາ​ຮີບ​ຮ້ອນ​ສຸກ​ເສີນ​ຂອງ​ບັນ​ດາ​ປະ​ເທດ​ຢູ່​ຍ່ານ​ໃຕ້​ແມ່​ນ້ຳ​ຂອງ, ໄດ້​ສະ​ແດງ​ໃຫ້​ເຫັນ​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ​ ແລະ​ຊ່ວຍ​ເຫຼືອ​ກັນ​ດ້ວຍ​ຄວາມ​ຈິງ​ໃຈ. ຜ່ານ​ຈາກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ລາວ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ໃນຫຼາຍ​ຂົງ​ເຂດ ເຊັ່ນ ກາ​ນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ສາ​ທາ​ລະ​ນະ​ສຸກ, ການ​ຫຼຸດ​ຜ່ອນແລະ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ​ອື່ນໆ.

ປີ 2018 ເປັນ​ປີ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-​ລາວ, ຍັງ​ແມ່ນ​ປີ​ທີ່​ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢ່າງ​ຮອບ​ດ້ານ. ຝ່າຍ​ຈີນ​​ຈະ​ຕັ້ງ​ໃຈ​ຜັນ​ຂະ​ຫຍາຍ​ແລະ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ທີ່​ວ່າ "​ເປັນ​ມິດ​ຕໍ່​ກັນ ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ ອະ​ນຸ​ເຄາະ​ຕໍ່​ກັນ​ ແລະ​ໂອບ​ອ້ອມ​ອາ​ລີ" ​ແລະ​ທິດ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ມິດ​ກັບ​ປະ​ເທດ​ໃກ້​ຄຽງ ແລະຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ​ມິດ​ທີ່​ສະ​ເໜີ​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຈິດ​ໃຈ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ທີ່​ໃຫ້​ຝ່າຍ​ຈີນຮ່ວມ​ກັບ​ບັນ​ດາ​ປະ​ເທດ​ລ້ອງ​ແມ່​ນ້ຳ​ຂອງ ຈັດ​ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທີ 2 ໃຫ້​ດີ​, ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຢ່າງ​ຮອບ​ດ້ານ, ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ກ້າວ​ສູ່​ລວງ​ເລິກ​ແລະ​ຕິດ​ແທດ​ຕົວ​ຈິງກວ່າ​ເກົ່າ. ໃນ 2 ປີ​ຕໍ່​ໜ້າ, ລາວ​ຈະ​ເປັນ​ປະ​ເທດ​ປະ​ທານ​ຮ່ວມຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ໂດຍ​ຕໍ່​ຈາກ​ກຳ​ປູ​ເຈຍ. ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ, ຊຸກ​ຍູ້​ໃຫ້ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ມີ​ຢູ່​ໃນປະ​ຈຸ​ບັນພາຍ​ໃນ​ກົນ​ໄກ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ແທ້​ຈິງ, ອອກ​ແບບ​ແລະ​ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື​ໃຫ້​ດີ, ຈັດ​ກອງ​ປະ​ຊຸມ​ສຳ​ຄັນ​ທຸກ​ຄັ້ງ​ໃຫ້​ດີ, ຖື​ການ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ກອງ​ທຶນ​ສະ​ເພາະ​ງວດ​ທຳ​ອິດ​ລະ​ຫວ່າງ​ຈີນ​-ລາວ​ໃຫ້​ດີ​ເປັນ​ຈຸດ​ເລີ່ມ​ຕົ້ນ, ສ້າງແບບຢ່າງ​ການ​ຮ່ວມ​ມືຂອງ​ກົນ​ໄກ. ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ຄວາມ​ຫວັງ​ວ່າ: ພາຍ​ໃຕ້​ການ​ຊຸກ​ຍູ້​ຢ່າງ​ຕັ້ງ​ໜ້າ​ຂອງ​ຝ່າຍ​ລາວ​ພ້ອມ​ທັງ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ບັນ​ດາ​ຝ່າຍ, ໂຄງ​ການ​ຮ່ວມ​ມື​ຕ່າງໆ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ທີ່ຫາກໍ່​ດຳ​ເນີນມາບໍ່​ດົນຈະຕ້ອງກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສະ​ຫວ່າງ​ສະ​ໄຫວ ແລະ​ສາ​ມາດ​ບັນ​ລຸໄດ້ທຸກ​ຄວາມ​ປາ​ຖະ​ໜາ​ອັນ​ດີ​ງາມທີ່​ມີຕໍ່​ອະນາ​ຄົດຂອງ​ບັນ​ດາ​ປະ​ເທດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ