ໃນໄລຍະມໍ່ໆມານີ້, ເຈົ້າໜ້າທີ່ທາງການຍີ່ປຸ່ນໄດ້ກ່າວສະແດງທ່າທີອັນຕັ້ງໜ້າໃນການປັບປຸງສາຍພົວພັນຍີ່ປຸ່ນ-ຈີນໃຫ້ດີຂຶ້ນ. ຕໍ່ກໍລະນີດັ່ງກ່າວ, ທ່ານລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນຢືນຢັນໃນວັນທີ 8 ມັງກອນນີ້ໂດຍຫວັງໃຫ້ຝ່າຍຍີ່ປຸ່ນກຳແໜ້ນໂອກາດຄົບຮອບ 40 ປີຂອງການເຊັນສົນທິສັນຍາມິດຕະພາບຈີນ-ຍີ່ປຸ່ນ.
ຕາມຂ່າວແຈ້ງວ່າ: ໂອກາດກ່າວຄຳອວຍພອນໃນງານສະຫຼອງປີໃໝ່ສາກົນກ່ອນໜ້ານີ້ບໍ່ດົນ, ທ່ານຊິນໂຈ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາຖະໜາຢ່າງແຮງກ້າໃນການປັບປຸງສາຍພົວພັນຍີ່ປຸ່ນ-ຈີນໃຫ້ດີຂຶ້ນ. ທ່ານໂຢຊີຮິເດ ຊູກາ ເລຂາທິການຄະນະລັດຖະບານຍີ່ປຸ່ນກໍໄດ້ຢືນຢັນໃນເວລາໃຫ້ສຳພາດຕໍ່ນັກຂ່າວວ່າ:ພາຍໃຕ້ສະພາບການທີ່ສາຍພົວພັນຍີ່ປຸ່ນ-ຈີນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆນັ້ນ, ປີ 2018 ເປັນໂອກາດດີທີ່ສຸດ. ທ່ານລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຢືນຢັນໃນການຖະແຫຼງການເມື່ອວັນທີ 8 ມັງກອນນີ້ວ່າ:
ພວກຂ້າພະເຈົ້າໄດ້ເອົາໃຈໃສ່ການສະແດງທ່າທີຢ່າງຕັ້ງໜ້າຂອງຝ່າຍຍີ່ປຸ່ນ. ໃນປີໃໝ່ 2018 ນີ້, ຫວັງວ່າຍີ່ປຸ່ນຈະຮ່ວມກັບຈີນເພື່ອກ້າວໄປສູ່ເປົ້າໝາຍດຽວກັນ, ບົນພື້ນຖານເອກະສານການເມືອງ 4 ສະບັບ ແລະຄວາມເປັນເອກະພາບທາງຫຼັກການ 4 ຂໍ້ລະຫວ່າງຈີນ-ຍີ່ປຸ່ນ, ກຳແໜ້ນໂອກາດຄົບຮອບ 40 ປີຂອງການເຊັນສົນທິສັນຍາມິດຕະພາບຈີນ-ຍີ່ປຸ່ນ ເພື່ອສ້າງເງື່ອນໄຂທີ່ດີໃຫ້ແກ່ການໄປມາຫາສູ່ກັນແລະການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດ ແລະຮ່ວມກັນຊຸກຍູ້ການປັບປຸງສາຍພົວພັນຈີນ-ຍີ່ປຸ່ນໃຫ້ດີຂຶ້ນຕື່ມ.