ແກນ​ນຳ​ກຸ່ມ​ເສື້ອ​ເຫຼືອງ 13 ຄົນ​ຂອງ​ໄທ​ຖືກ​ສານ​ຕັດ​ສິ​ນ​ໃຫ້​ຈ່າຍ​ຄ່າ​ທົດ​ແທນ 520 ລ້ານ​ບາດ​ໃນ​ຄະ​ດີ​ປິດ​ລ້ອມ​ສະ​ໜາມ​ບິນ
2018-01-09 10:46:00  cri 

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອົງ​ການ​ໄອ​ຍະ​ການ​ສູງ​ສຸດ​ຂອງ​ໄທ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ແກນ​ນຳ 13 ຄົນ​ຂອງ​ກຸ່ມ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນຫຼື​ກຸ່ມ​ເສື້ອ​ເຫຼືອງ​​ຈ່າຍ​ຄ່າ​ທົດ​ແທນ​ 520 ລ້ານ​ບາດ​ໃຫ້​ບໍ​ລິ​ສັດສະ​ໜ​າມ​ບິນ​ມະ​ຫາ​ຊົນຈຳ​ກັດ​ແຫ່ງ​ປະ​ເທດ​ໄທຫຼື AOTໂດຍ​ອີງ​ຕາມ​ຄຳ​ຕັດ​ສິນ​ທາງ​ແພງ​ຂອງ​ສານ​ດີ​ກາ​ກ່ຽວ​ກັບ​ຄະ​ດີ​ປິດ​ລ້ອມ​ສະ​ໜາມ​ບິນ.

ສື່ມວນ​ຊົນ​ໄທ​ໄດ້​ອ້າງ​ຕາ​ມ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດ​ໄທ​ ລາຍ​ງານ​ວ່າ: ສານ​ດີ​ກາ​ໄດ້​ຕັດ​ສິນ​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຈ່າຍ​ຄ່າ​ທົດ​ແທນ​ທາງ​ແພງ​ຂອງ​ຜູ້​ກ່ຽວ​ແລ້ວ ແລະ​ອົງ​ການ​ໄອ​ຍະ​ການ​ມີ​ສິດ​ບັງ​ຄັບ​ໃຫ້ຜູ້​ກ່ຽວ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ດັ່ງ​ກ່າວ.

ແກນ​ນຳ​ກຸ່ມ​ເສື້​ອ​ເຫຼືອງ 13 ຄົນ​ດັ່ງ​ກ່າວ​ລວມ​ທັງ​ທ່ານ​ຈຳ​ລອງ ​ສີ​ເມືອງ ອະ​ດີດ​ເຈົ້າ​ຄອງ​ນະ​ຄອນຫຼວງ​ບາງກອກ, ທ່ານ​ສົນທິ ​ລິ້ມ​ທອງ​ກູນ ປະ​ທານ​ກຸ່ມ​ບໍ​ລິ​ສັດ​ສື່ມວນ​ຊົນ​ແລະ​ອື່ນໆ. ຕາມ​ຂ່າວ​ແຈ້ງວ່າ: ​ຫາກວ່າ ຄົນ​ເຫຼົ່າ​ນີ້ບໍ່​ຈ່າຍ​ຄ່າ​ທົດ​ແທນ​ດັ່ງ​ກ່າວ, ນອກ​ຈາກ​ຈະຖືກ​ຢຶດ​ຊັບ​ສິນ​ແລ້ວ, ຜູ້​ກ່ຽວ​ຍັງ​ຈະ​ຖືກ​ປະ​ກາດ​ເປັນ​ຜູ້​ລົ້ມ​ລະ​ລາຍ ໂດຍ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ​ໃດໆ​ພາຍ​ໃນ​ໄລ​ຍະ​ສັ້ນ​ໄດ້​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ