ທະ​ນາ​ຄານ​​ຈີນ​ແລະ​ໄທ​ຕໍ່​ສັນ​ຍາ​ແລກ​ປ່ຽນ​ເງິນ​ຕາ​ທີ່​ມີ​ມູນ​ຄ່າ​ເຖິງ 70 ຕື້ຢວນ
2018-01-09 17:31:06  cri 
ທະ​ນາ​ຄານ​ກາງ​ຈີນ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 8 ມັງ​ກອນ​ນີ້​ວ່າ: ທະ​ນາ​ຄານ​ຕົນ​ໄດ້​ຕໍ່​ສັນ​ຍາ​ແລ​ກ​ປ່ຽນ​ເງິນ​ຕາ​ລະ​ຫວ່າງ​ສອງຝ່າຍກັບ​ທະ​ນາ​ຄານ​ກາງ​ຂອງ​ໄທ ເຊິ່ງ​ມີ​ມູນ​ຄ່າ​ເຖິງ 70 ຕື້ຢວນຫຼື ປະ​ມານ 370 ຕື້​ບາດ.

ທະ​ນາ​ຄານ​ກາງ​ຈີນ​ກ່າວ​ວ່າ: ການ​ຕໍ່​ສັນ​ຍາ​ຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ເພື່ອ​ເຮັດ​ໃຫ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ມີ​ຄວາມ​ສະ​ດວກ​ຂຶ້ນກວ່າ​ເກົ່າ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ. ອາ​ຍຸ​ການ​ປະ​ຕິ​ບັດ​ສັນ​ຍາ​ແມ່ນ 3 ປີ ແລະ​ຈະ​ສາ​ມາດ​ຕໍ່​ໄດ້​ອີກ​ຫຼັງ​ຈາກໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ