ທ່ານ​ຫຼີ​ເຄີ້​ສຽງ: ສ້າງ​ຂົວ​ປູ​ທາງ​ໃຫ້​ແກ່​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​-ກຳ​ປູ​ເຈຍ
2018-01-09 16:39:31  cri 
ວັນ​ທີ 8 ມັງ​ກອນ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພິມ​ບົດ​ຄວາມ​​ລົງ​ໜັງ​ສື​ພິມ​ກຳ​ປູ​ເຈຍ, ໂດຍ​ມີ​ຫົວ​ຂໍ້ "ສ້າງ​ຂົວ​ປູ​ທາງ​ໃຫ້​ແກ່​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​​ນ້ຳ​ຂອງ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​-ກຳ​ປູ​ເຈຍ". ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ກາຍ​ເປັນ​ກົນ​ໄກ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ​ແລະ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ. ໃນ​ຖາ​ນະ​ເປັນ​ພາກ​ສ່ວນ​ພື້ນ​ຖານ​ຂອງ​ການ​ຮ່ວມ​ມື​ພາກ​ພື້ນ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຫຼຸດ​ລື່ນຄວາມ​ແຕກ​ໂຕນ​ກັນ​ດ້ານ​ພັດ​ທະ​ນາ​ລະ​ຫວ່າງ​ອາ​ຊຽນ​, ສະ​ໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ເທົ່າ​ນັ້ນ, ຍັງ​ໄດ້​​ເພີ່ມ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ຮ່ວມ​ມື​ໃຕ້ໆ​ກໍ​ຄື​ຂະ​ບວນ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ທີ່​ເປີດປະ​ຕູ, ກວມ​ລວມ, ໄດ້ຮັບ​ຜົນ​ປະ​ໂຫຍດ​ທົ່ວ​ໄປ, ດຸນ​ດ່ຽງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດກວ່າ​ເກົ່າ.

ປີ 2016, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຢ່າງ​ສຳ​ເລັດ​ຜົນ, ໄດ້​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​-ກຳ​ປູ​ເຈຍ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່. ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮຸນ​ແຊນ, ຂ້າ​ພະ​ເຈົ້າ​ຈະ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ, ຫວັງ​ວ່າ​ສາ​ມາດ​​ເສີມ​ສ້າງ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ. ປີ​ນີ້​ແມ່ນ​ປີ​ທີ່​ສອງ​ປະ​ເທດ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ, ພວກ​ເຮົາ​ຍິນ​ຮ່ວມ​ລົງ​ເລິກ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ກັບ​ກຳ​ປູ​ເຈຍ, ເປີດກວ້າງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ຢ່າງ​ຮອບ​ດ້ານ.

ນອກ​ນີ້, ທ່ານ​ຫຼີ​ເຄີ້​ສຽງ​ກ່າວ​ຕື່ມ​ວ່າ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ຮ່ວມ​ກັບ​ທ່ານ​ຮຸນ​ແຊນ​ເປີດ​ກິດ​ຈະ​ກຳ​ຜ່າ​ຕັດ​ພະ​ຍາດ​ຫົວ​ໃຈ "ການ​ເດີນ​ທາງ​ທີ່​ມີ​ຄວາມ​ຮັກ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ