ທ່ານ​ຢາງ​ແຈ​ສື​ພົບ​ປະ​ກັບປະ​ທານ​ສະ​ພາ​ຂອງ​ບັນ​ດາ​ປະ​ເທດ​ເອີ​ລົບ​ເໜືອ​ແລະ​ປະ​ເທດ​ອ້ອມ​ທະ​ເລ​ບັນ​ຕິກ
2018-01-09 16:50:06  cri 
ວັນ​ທີ 8 ມັງ​ກອນ​ນີ້, ທ່ານ​ຢາງ​ແຈ​ສື ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ໄດ້ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນປະ​ທານ​ສະ​ພາ​ຂອງ​ບັນ​ດາ​ປະ​ເທດ​ເອີ​ລົບ​ເໜືອ​ແລະ​ປະ​ເທດ​ອ້ອມ​ທະ​ເລ​ບັນ​ຕິກ.
ທ່ານ​ຢາງ​ແຈ​ສື ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ກັບປະ​ເທດ​ເອີ​ລົບ​ເໜືອ​ແລະ​ປະ​ເທດ​ອ້ອມ​ທະ​ເລ​ບັນ​ຕິກ, ຍິນ​ດີ​ເປີດກວ້າງ​ການ​ພົວ​ພັນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ກັບ​ປະ​ເທດ​ດັ່ງ​ກ່າວ​ບົນ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ​, ສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ປະ​ສານ​ສົມ​ທົບ​ກັບ​ປະ​ເທດ​ເອີ​ລົບ​ເໜືອ​ແລະ​ປະ​ເທດ​ອ້ອມ​ທະ​ເລ​ບັນ​ຕິກຢ່າງ​ໃກ້​ຊິດ, ຮ່ວມ​ກັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

​ຂ່າວ​ແຈ້ງ​ຕື່ມ​ວ່າ, ປະ​ເທດ​ເອີ​ລົບ​ເໜືອ​ແລະ​ປະ​ເທດ​ອ້ອມ​ທະ​ເລ​ບັນ​ຕິກຍິນ​ດີ​ເພີ່ມ​ທີ​ວະ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ກັບ​ຈີນ, ຊຸກ​ຍູ້​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ກໍ​ຄື​ສາຍ​ພົວ​ພັນ​ລະ​ຫວ່າງ​ເອີ​ລົບ​ກັບ​ຈີນ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ