ທ່ານ​ວ່າງ​ຢາງ​ພົບ​ປະ​ກັບ​ຄະນະ​ຜູ້​​ແທນສະພາ​ການ​ຄ້າ​ອາ​ເມ​ລິ​ກາ
2018-01-09 11:04:43  cri 
ຕອນ​ບ່າຍວັນ​ທີ 8 ມັງກອນ​ນີ້, ທ່ານ​ວ່າງ​ຢາງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີຈີນ ​ໄດ້ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ສະພາ​ການ​ຄ້າ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາຢູ່​ນະຄອນຫຼວງ​ປັກ​ກິ່ງ.

ທ່ານ​ວ່າງ​ຢາງ​ກ່າວ​ວ່າ: ຈີນ ​ແລະ​ອາ​ເມ​ລິ​ກາ​ເປັນສອງກຸ່ມ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ເຊິ່ງມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຢ່າງ​ຫຼວງ​ຫຼາຍ, ສະ​ນັ້ນ, ການ​ຮ່ວມ​ມື​ເປັນທາງ​ເລືອກ​ທີ່​ຖືກຕ້ອງພຽງ​ໜຶ່ງ​ດຽວ. ໃນປີຜ່ານມາ, ປະມຸກລັດສອງປະເທດໄດ້ຢ້ຽມຢາມເຊິ່ງກັນ ແລະກັນ ທີ່​ໄດ້​ຊຸກຍູ້​​ສາຍ​ພົວພັນສອງ​ຊາດ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ. ຫວັງ​ວ່າ​ສະພາ​ການ​ຄ້າ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາຈະ​ສືບ​ຕໍ່​ສົ່ງ​ເສີມ​ບົດບາດ​ຢ່າງຕັ້ງໜ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ​ແລະ​ກັນ ​ແລະ​ການ​ໄປມາຫາສູ່​ກັນ, ປະກອບສ່ວນ​ໃໝ່​​​ເຂົ້າໃນ​ການ​ພັດທະນາ​ການ​ຮ່ວມ​ມື​ເສດຖະກິ​ດຈີນ-ອາ​ເມ​ລິກາ​ຢ່າງ​ໝັ້ນ​ທ່ຽງ ​ແລະ​ຍາວ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ