ທ່ານ ຫຼີ​ເຄີ້​ສຽງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2 ແລະ​ຢ້ຽມ​ຢາມ​ກຳ​ປູ​ເຈຍ
2018-01-10 15:51:49  cri 
ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ 10 ມັງ​ກອນ​ນີ້, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ດ້ວຍ​ຍົນ​ພິ​ເສດ ເພື່ອ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2 ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ແລະ​ຢ້ຽມ​ຢາ​ມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊີນ.

ນີ້​ແມ່ນ​ຜູ້​ນຳ​ຈີນ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ໃນ​ປີ 2018. ທ່ານ ໂຂງ​ຊວນ​ເຢ້ວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຕໍ່​ສື່ມວນ​ຊົນ​​ກ່ອນ​ໜ້າ​ນີ້​ບໍ່​ດົນ​ວ່າ: ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແມ່ນ​ການ​ເສີມຂະ​ຫຍາຍ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ປະ​ເທດ​ຢູ່​ອ້ອມ​ຂ້າງ​ຈີນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ​ນີ້ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ລົ​ງ​ເລິກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ທັງຈະ​ມີ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ແລະ​ຍາວ​​ນານ​ຕໍ່​ການ​​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍໃນ​ປັດ​ຈຸ​ບັນ​ແລະ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ