ທ່ານ​ຫຼີ​ເຄີ້​ສຽງເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2 ແລະຈະ​ຢ້ຽມ​ຢາມ​ກຳ​ປູ​ເຈຍຢ່າງ​ເປັນ​ທາງ​ການ
2018-01-10 16:36:15  cri 
ຕາມ​ຂ່າວ CRI: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີນ​ທາງ​ເຖິງ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ໃນ​ຕອນ​ບ່າຍ​ວັນ​ທີ 10 ມັງ​ກອນ​ນີ້ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2 ແລະ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ວ່າ, ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເຊື່ອມ​ຈອດ 6 ປະ​ເທດ​ທີ່​ລຽບ​ຕາມ​ແມ່​ນ້ຳ​ດັ່ງ​ກ່າວ, ທັງ​ໄດ້​ເຊື່ອມ​ຈອດ​ໂຊກ​ຊາ​ຕາ​ກຳ​ຂອງ 6 ປະ​ເທດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ທົບ​ທວນ​ຄືນ​ຄວາມ​ຄືບ​ໜ້າ​ດ້ານ​ການ​ຮ່ວມ​ມື, ວາງ​ແຜນ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ, ຊຸກ​ຍູ້​ໃຫ້​ກົນ​ໄກ​ຮ່ວມ​ມື​ດັ່ງ​ກ່າວ​ຈາກ​ໄລ​ຍະ​ອົບ​ຮົມກໍ່​ສ້າງ​ເຂົ້າ​ສູ່​ໄລ​ຍະ​ເຕີບ​ໂຕ​ຢ່າງ​ສະ​ດວກ, ເພີ່ມ​ກຳ​ລັງ​ແຮງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພາກ​ພື້ນ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ທ່ານ​ກ່າວ​ຕື່ມ​ວ່າ​ຈີນ-ກຳ​ປູ​ເຈຍ​ແມ່ນເພື່ອນມິດ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ​ເຊິ່ງ​ໝົດ​ຈິດ​ໝົດ​ໃຈ​ຕໍ່​ກັນ, ຫວັງ​ວ່າ​ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ສາ​ມາດ​ຮັດ​ແໜ້ນມິດ​ຕະ​ພາ​ບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​, ຮ່ວມ​ກັນ​ເປີດ​ສາກ​ໃໝ່​ຂອງ​ສາຍ​ພົວ​ພັນຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

​ໂດ​ກາດ​ດຽວ​ກັນ​ນີ້, ທ່ານ​ຫຼີ​ເຄີ້​ສຽງ​ຈະ​​ເຂົ້າ​ຢ້ຽມ​ຄຳ​ນັບ​ແລະພົບ​ປະ​ກັບ​ສົມ​ເດັດ​ໂນ​ໂຣ​ດົມ ​ສີ​ຫາ​ໂມ​ນີເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ​ແລະ​ເຈ​ລະ​ຈາ​ກັບ​ທ່ານ​ຮຸນ​ແຊນ. ສອ​ງ​ຝ່າຍ​ຈະ​ເຊັນ​ເອກະ​ສານ​ຮ່ວມ​ມື​ຫຼາຍ​ສະ​ບັບ​ໃນ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ​ກາ​ນ​ຄ້າ, ກະ​ສິ​ກຳ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ